Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:12 - ພຣະຄຳພີສັກສິ

12 ເພາະວ່າ ແມ່ນແຕ່​ຈະ​ເວົ້າ​ເຖິງ​ການ​ເຫຼົ່ານັ້ນ ທີ່​ພວກເຂົາ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຍັງ​ເປັນ​ການ​ໜ້າອາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:12
12 Jak'a apnaqawi uñst'ayäwi  

ເຈົ້າ​ໄດ້​ເຮັດ​ບາບ​ໃນ​ທີ່​ລັບລີ້, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນ​ໃນ​ທີ່​ເປີດເຜີຍ ເພື່ອ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ເຫັນ.”’


“ນໍ້າ​ທີ່​ລັກ​ມາ​ກໍ​ຫວານ​ກວ່າ ເຂົ້າ​ທີ່​ລັກ​ມາ​ກໍ​ແຊບ​ດີ.”


ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.


ແຕ່​ເມື່ອ​ສິ່ງສາລະພັດ​ຖືກ​ເປີດເຜີຍ​ອອກ​ໂດຍ​ຄວາມ​ສະຫວ່າງ ສິ່ງ​ນັ້ນ​ກໍ​ປາກົດ​ແຈ້ງ ເພາະວ່າ​ທຸກສິ່ງ​ທີ່​ປາກົດ​ແຈ້ງ ກໍ​ຄື​ຄວາມ​ສະຫວ່າງ.


ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.


ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka