Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:10 - ພຣະຄຳພີສັກສິ

10 ເຈົ້າ​ທັງຫລາຍ​ຈົ່ງ​ພະຍາຍາມ​ຮຽນ​ຮູ້ຈັກ​ວ່າ, ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:10
16 Jak'a apnaqawi uñst'ayäwi  

ໂຜດ​ໃຫ້​ຄຳເວົ້າ​ແລະ​ຄວາມຄິດ​ຂອງ​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້າແດ່​ພຣະເຈົ້າຢາເວ ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ແລະ​ເປັນ​ພຣະຜູ້ໄຖ່​ຂອງ​ຂ້ານ້ອຍ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


ເມື່ອ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າເອງ​ເປັນທຸກ; ພວກເຈົ້າ​ກົ້ມ​ຫົວ​ລົງ​ຕໍ່າໆ​ດັ່ງ​ໃບ​ຫຍ້າ​ອ່ອນໂນ້ມ ແລະ​ປູ​ກະສອບ​ເຂົ້າ​ເທິງ​ຂີ້ເຖົ່າ​ເນີ້ງຕົວ​ລົງນອນ. ອັນນັ້ນ​ບໍ​ທີ່​ພວກເຈົ້າ​ເອີ້ນ​ວ່າ​ຖືສິນ​ອົດອາຫານ? ພວກເຈົ້າ​ຄິດວ່າ​ພຣະເຈົ້າຢາເວ​ຈະ​ພໍໃຈ​ນຳ​ການ​ກະທຳ​ເຊັ່ນນັ້ນ​ບໍ?


ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.


ເມື່ອ​ຜູ້ໃດ​ບົວລະບັດ​ຮັບໃຊ້​ພຣະຄຣິດ​ໃນ​ທຳນອງນີ້ ກໍ​ເຮັດ​ໃຫ້​ພຣະເຈົ້າ​ຊົງ​ພໍພຣະໄທ ແລະ​ເຮັດ​ໃຫ້​ມະນຸດ​ເຫັນ​ດີ​ດ້ວຍ.


ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ການ​ກະທຳ​ເຊັ່ນນີ້ ເປັນ​ສິ່ງ​ທີ່​ດີ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ


ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ​ເຂົາ​ເອງ ຄື​ໃຫ້​ຕອບບຸນ​ແທນຄຸນ​ຂອງ​ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ.


ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ດາວິດ​ເອົາ​ດາບ​ຂອງ​ກະສັດ​ໂຊນ​ຂັດ​ໃສ່​ແອວ​ແລະ​ລອງ​ຍ່າງ​ເບິ່ງ ແຕ່​ລາວ​ຍ່າງ​ໄປ​ບໍ່ໄດ້​ເພາະ​ບໍ່ເຄີຍ​ໃສ່​ເຄື່ອງ​ເຫຼົ່ານີ້​ມາ​ຈັກເທື່ອ. ດາວິດ​ຈຶ່ງ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ຂ້ານ້ອຍ​ໄປ​ຮົບ​ໂດຍ​ໃສ່​ເຄື່ອງແບບ​ນີ້​ບໍ່ໄດ້​ດອກ ຂ້ານ້ອຍ​ບໍ່ເຄີຍ​ໃສ່.” ດັ່ງນັ້ນ ດາວິດ​ຈຶ່ງ​ແກ້​ມັນ​ອອກ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka