ເອເຟໂຊ 4:5 - ພຣະຄຳພີສັກສິ5 ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ມີອົງພຣະຜູ້ເປັນເຈົ້າອົງດຽວ, ຄວາມເຊື່ອດຽວ, ບັບຕິສະມາດຽວ, Uka jalj uñjjattʼäta |
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າທຸກຄົນ ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະຄຣິດເຈົ້າເຢຊູ ກັບຄົນທັງຫລາຍໃນທຸກແຫ່ງຫົນ ທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄືອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ.
ດ້ວຍວ່າ, ຖ້າຜູ້ໃດທີ່ມາປະກາດເລື່ອງພຣະເຢຊູເຈົ້າອົງອື່ນ ທີ່ແຕກຕ່າງໄປຈາກອົງທີ່ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ ຫລືຮັບເອົາວິນຍານແລະຂ່າວປະເສີດຢ່າງອື່ນ ທີ່ແຕກຕ່າງໄປຈາກພຣະວິນຍານ ແລະຂ່າວປະເສີດ ທີ່ພວກເຈົ້າໄດ້ຮັບຈາກພວກເຮົານັ້ນ ກໍເທົ່າກັບວ່າພວກເຈົ້າໄດ້ຍອມເຊື່ອຟັງຕໍ່ພວກເຂົາງ່າຍເຕັມທີ.
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.