Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:29 - ພຣະຄຳພີສັກສິ

29 ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

29 ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:29
41 Jak'a apnaqawi uñst'ayäwi  

ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.


ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.


ເຈົ້າ​ວາງແຜນ​ຊົ່ວ​ຫລາຍຢ່າງ ເພື່ອ​ນຳ​ໄປ​ປອງຮ້າຍ​ຄົນອື່ນ ລີ້ນ​ຂອງເຈົ້າ​ນັ້ນ​ຄົມ​ດັ່ງ​ມີດແຖ ເຈົ້າ​ຜູ້​ປະດິດ​ຄິດ​ສ້າງ​ແຕ່​ການຕົວະ.


ຂ້ານ້ອຍ​ຈະ​ເວົ້າ​ເຖິງ ຄວາມ​ຊອບທຳ​ຂອງ​ພຣະອົງ​ຕະຫລອດ​ວັນ ເພາະ​ຜູ້​ທີ່​ພະຍາຍາມ​ທຳຮ້າຍ​ຂ້ານ້ອຍ ໄດ້​ພ່າຍແພ້​ແລະ​ເສຍກຽດ​ແລ້ວ.


ຄົນ​ຊົ່ວຮ້າຍ​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳເວົ້າ​ຂອງຕົນ, ແຕ່​ຄົນ​ສັດຊື່​ກໍ​ເອົາ​ຕົວ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ.


ຮູ້ຈັກ​ໃຊ້​ຄຳເວົ້າ​ທີ່​ຖືກ​ກາລະ​ເທສະ ພາ​ໃຫ້​ເກີດ​ຄວາມ​ຊົມຊື່ນ​ຍິນດີ.


ສົບປາກ​ຂອງ​ຄົນ​ມີ​ປັນຍາ​ກະຈາຍ​ຄວາມຮູ້, ແຕ່​ຄົນ​ໂງ່ຈ້າ​ບໍ່​ເປັນ​ເຊັ່ນນັ້ນ.


ຜູ້​ທີ່​ເຂົ້າໃຈ​ດີ​ກໍ​ເປັນ​ຄົນ​ມີ​ປັນຍາ ຄຳເວົ້າ​ອັນ​ໜ້າຮັກ​ກໍ​ຊະນະ​ໃຈ​ຄົນ.


ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.


ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ເມື່ອ​ສິດ​ທັງສອງ​ໄດ້ຍິນ​ໂຢຮັນ​ເວົ້າ​ດັ່ງນັ້ນ ຈຶ່ງ​ໄດ້​ຍ່າງ​ຕາມ​ພຣະເຢຊູເຈົ້າ​ໄປ.


ເຫດສະນັ້ນ ພວກເຮົາ​ຈົ່ງ​ສະແຫວງ​ຫາ​ສິ່ງ​ທັງຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສະຫງົບສຸກ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈະເລີນ​ແກ່​ກັນແລະກັນ.


ແຕ່​ພວກເຮົາ​ທຸກຄົນ​ຄວນ​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ບັນດາ​ພີ່ນ້ອງ ເພື່ອ​ນຳ​ປະໂຫຍດ​ມາ​ສູ່​ພວກເຂົາ ແລະ​ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ​ໃນ​ຄວາມເຊື່ອ.


ແຕ່​ໃນ​ການ​ນະມັດສະການ​ທີ່​ຄຣິສຕະຈັກ​ແລ້ວ ເຮົາ​ພໍໃຈ​ທີ່​ຈະ​ເວົ້າ​ຫ້າ​ຄຳ ຊຶ່ງ​ຄົນ​ເຂົ້າໃຈ​ໄດ້ ເພື່ອ​ເປັນ​ຄະຕິ​ສັ່ງສອນ​ຄົນອື່ນ ຫລາຍກວ່າ​ເວົ້າ​ໝື່ນ​ຄຳ​ທີ່​ເປັນ​ພາສາ​ແປກໆ.


ເພື່ອ​ຈັດຕຽມ​ໄພ່ພົນ​ທັງຫລາຍ​ຂອງ​ພຣະອົງ ໃຫ້​ເປັນ​ຜູ້ຮັບໃຊ້​ທີ່​ເໝາະສົມ ເພື່ອ​ເສີມສ້າງ​ພຣະກາຍ​ຂອງ​ພຣະຄຣິດ​ໃຫ້​ຈະເລີນ​ຂຶ້ນ.


ເນື່ອງ​ຈາກ​ພຣະອົງ​ນັ້ນ ຮ່າງກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສະໜິດ​ແລະ​ຜູກພັນ​ກັນ ໂດຍ​ທຸກໆ​ຂໍ້ຕໍ່​ທີ່​ຊົງ​ປະທານ ຮ່າງກາຍ​ຈຶ່ງ​ໄດ້​ຈະເລີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມຮັກ ເມື່ອ​ອະໄວຍະວະ​ທຸກ​ສ່ວນ​ເຮັດ​ໜ້າທີ່​ຕາມ​ຄວາມ​ເໝາະສົມ​ແລ້ວ.


ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.


ເພາະສະນັ້ນ ຈົ່ງ​ຊູ​ກຳລັງ​ໃຈ​ຊຶ່ງກັນແລະກັນ ແລະ​ຈົ່ງ​ຊ່ວຍເຫລືອ​ກັນ​ໃຫ້​ຈະເລີນ​ຂຶ້ນ ຕາມ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ.


ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka