Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:26 - ພຣະຄຳພີສັກສິ

26 ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

26 “ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,

Uka jalj uñjjattʼäta Copia luraña




ເອເຟໂຊ 4:26
22 Jak'a apnaqawi uñst'ayäwi  

ຢ່າ​ຈຳນົນ​ຕໍ່​ຄວາມ​ໂຫດຮ້າຍ​ຫລື​ຄວາມ​ວຸ້ນວາຍ​ໃຈ ມັນ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ.


ເຈົ້າ​ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ເຮັດ​ບາບ ຈົ່ງ​ຄິດເຖິງ​ເລື່ອງ​ນີ້​ໃຫ້​ເລິກເຊິ່ງ ເມື່ອ​ເຈົ້າ​ນອນ​ຢູ່​ເທິງ​ຕຽງ​ຢ່າງ​ມິດງຽບ.


ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.


ຜູ້​ທີ່​ມິດງຽບ​ສໍ່​ໃຫ້​ເຫັນ​ເຖິງ​ປັນຍາ, ແຕ່​ຜູ້​ທີ່​ໂອຫັງ​ກໍ​ທັ່ງ​ຄວາມ​ໂງ່ຈ້າ​ອອກ​ມາ​ໃຫ້​ຮູ້.


ຄົນ​ທີ່​ມີ​ຈິດສຳນຶກ​ດີ​ກໍ​ຈະ​ຄວບຄຸມ​ອາຣົມ​ຂອງຕົນ ແລະ​ເບິ່ງຂ້າມ​ການ​ທໍລະຍົດ​ໄປ​ເສຍ​ກໍ​ເປັນ​ສັກສີ​ແກ່​ເຂົາ.


ລົມ​ທິດເໜືອ​ນຳ​ເອົາ​ຝົນ​ມາ​ສັນໃດ ຄົນ​ປາກ​ບອນ​ກໍ​ນຳ​ເອົາ​ຄວາມ​ໂກດຮ້າຍ​ມາ​ສັນນັ້ນ.


ຈົ່ງ​ລະງັບ​ຄວາມ​ໂມໂຫ​ຂອງເຈົ້າ​ໄວ້ ເພາະ​ຄົນໂງ່ຈ້າ​ນັ້ນ​ມີ​ຄວາມ​ໂກດແຄ້ນ​ຢູ່​ໃນໃຈ.


“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ແຕ່​ຈົ່ງ​ຈ່າຍ​ຄ່າຈ້າງ​ໃຫ້​ລາວ​ທຸກໆ​ມື້​ກ່ອນ​ຕາເວັນ​ຕົກ​ດິນ; ລາວ​ຕ້ອງການ​ເງິນ​ແລະ​ລໍ​ຮັບ​ຄ່າຈ້າງ​ນັ້ນ​ຢູ່. ຖ້າ​ພວກເຈົ້າ​ບໍ່​ຈ່າຍ​ໃຫ້​ລາວ ລາວ​ຈະ​ຮ້ອງ​ຟ້ອງ​ຕໍ່​ພຣະເຈົ້າຢາເວ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ຜິດ​ໃນ​ຖານ​ເຮັດ​ບາບ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,


ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ.


ດັ່ງນັ້ນ ໂຢນາທານ​ຈຶ່ງ​ລຸກ​ຂຶ້ນ​ແລະ​ອອກ​ຈາກ​ໂຕະ​ໄປ ໂດຍ​ບໍ່​ກິນ​ຫຍັງ​ໃນ​ມື້ນັ້ນ ຊຶ່ງ​ເປັນ​ມື້​ທີ​ສອງ​ຂອງ​ການ​ສະຫລອງ​ເດືອນ​ຂຶ້ນ​ໃໝ່. ລາວ​ໂສກເສົ້າ​ເສຍໃຈ​ຢ່າງໜັກ​ເຖິງ​ເລື່ອງ​ຂອງ​ດາວິດ ຍ້ອນ​ວ່າ​ກະສັດ​ໂຊນ​ໄດ້​ດູຖູກ​ດາວິດ​ຢ່າງ​ຮຸນແຮງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka