ເອເຟໂຊ 4:25 - ພຣະຄຳພີສັກສິ25 ດັ່ງນັ້ນ, ເຈົ້າທັງຫລາຍຈົ່ງເຊົາເວົ້າຕົວະ ທຸກຄົນຈົ່ງເວົ້າແຕ່ຄວາມຈິງຕໍ່ກັນ ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນແລະກັນ ຢູ່ໃນພຣະກາຍອັນດຽວກັນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ເຫດສະນັ້ນ ພວກເຈົ້າແຕ່ລະຄົນຕ້ອງປະຖິ້ມຄວາມບໍ່ຈິງ ແລະ ຈົ່ງເວົ້າຄວາມຈິງຕໍ່ເພື່ອນບ້ານຂອງພວກເຈົ້າ, ເພາະພວກເຮົາທຸກຄົນເປັນອະໄວຍະວະໃນກາຍດຽວກັນ. Uka jalj uñjjattʼäta |
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.