23 ແລະຈົ່ງໃຫ້ວິນຍານຈິດຂອງເຈົ້າຖືກຊົງຕັ້ງຂຶ້ນໃໝ່.
23 ເພື່ອຮັບການສ້າງໃໝ່ໃນທັດສະນະຄະຕິຂອງຈິດໃຈຂອງພວກເຈົ້າ,
ຂ້າແດ່ພຣະເຈົ້າ ຂໍຊົງໂຜດສ້າງຈິດໃຈຂ້ານ້ອຍໃຫ້ບໍຣິສຸດ ສວມຈິດວິນຍານໃໝ່ທັງສັດຊື່ໃສ່ໃນຂ້ານ້ອຍດ້ວຍ.
ເຮົາຈະໃຫ້ພວກເຂົາມີຄວາມຄິດແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນນັ້ນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຂົາ.
ຈົ່ງເລີກເຮັດການຊົ່ວທັງໝົດທີ່ພວກເຈົ້າກຳລັງດຳເນີນຢູ່ນັ້ນສາ ແລະຈົ່ງຕັ້ງຄວາມຄິດໃໝ່ແລະເອົາຈິດໃຈໃໝ່. ເປັນຫຍັງຊາວອິດສະຣາເອນ ພວກເຈົ້າຈຶ່ງຢາກຕາຍ?
ເຮົາຈະໃຫ້ພວກເຈົ້າມີຄວາມຄິດ ແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຈົ້າ.
ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
ເຫດສະນັ້ນ ພວກເຮົາຈຶ່ງໄດ້ຖືກຝັງໄວ້ກັບພຣະອົງ ດ້ວຍການຮັບບັບຕິສະມາແລ້ວ ເພື່ອໃຫ້ເຮົາເຂົ້າໃນຄວາມຕາຍຂອງພຣະອົງ ເໝືອນດັ່ງພຣະຄຣິດໄດ້ຖືກຊົງບັນດານໃຫ້ຟື້ນຄືນມາຈາກຕາຍ ໂດຍສະຫງ່າຣາສີຂອງພຣະບິດາເຈົ້າແລ້ວສັນໃດ ພວກເຮົາກໍຈະໄດ້ດຳເນີນຕາມຊີວິດໃໝ່ເໝືອນກັນສັນນັ້ນ.
ດ້ວຍວ່າ, ການເອົາໃຈໃສ່ຢູ່ກັບຝ່າຍເນື້ອໜັງ ກໍຄືຄວາມຕາຍ ແລະການໃສ່ໃຈກັບຝ່າຍພຣະວິນຍານນັ້ນ ກໍຄືຊີວິດແລະສັນຕິສຸກ.
ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
ແລະສວມສະພາບມະນຸດຄົນໃໝ່ແລ້ວ ໄດ້ຖືກຊົງສ້າງຂຶ້ນໃຫ້ເປັນຄົນໃໝ່ຢູ່ສະເໝີ ໄດ້ເຮັດໃຫ້ພວກເຈົ້າເປັນເໝືອນພຣະອົງຫລາຍຂຶ້ນ ເພື່ອໃຫ້ຮູ້ຈັກພຣະອົງຢ່າງຄົບຖ້ວນບໍລິບູນ.
ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິດຈະການອັນຊອບທຳທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃຫ້ພວກເຮົາມີໃຈບັງເກີດໃໝ່ ແລະຊົງສ້າງພວກເຮົາຂຶ້ນໃໝ່ ໂດຍພຣະວິນຍານບໍຣິສຸດເຈົ້າ.
ດ້ວຍເຫດນັ້ນ ຈົ່ງຕຽມຕົວຕຽມໃຈໃຫ້ພ້ອມ ຈົ່ງມີສະຕິລະວັງຕົວ ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ ທີ່ຈະໂຜດປະທານໃຫ້ພວກເຈົ້າ ເມື່ອພຣະເຢຊູເຈົ້າສະເດັດມາປາກົດ.