ເອເຟໂຊ 4:1 - ພຣະຄຳພີສັກສິ1 ເຫດສະນັ້ນ ຂ້າພະເຈົ້າຜູ້ຖືກຄຸກຢູ່ ເພາະຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ, ຈົ່ງດຳເນີນຊີວິດໃຫ້ສົມກັບທີ່ພວກເຈົ້າໄດ້ຖືກຊົງເອີ້ນເອົາແລ້ວນັ້ນ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ດັ່ງນັ້ນ, ເຮົາຜູ້ເປັນນັກໂທດເພື່ອອົງພຣະຜູ້ເປັນເຈົ້າຈຶ່ງຂໍຮ້ອງພວກເຈົ້າໃຫ້ດຳເນີນຊີວິດສົມກັບການເອີ້ນທີ່ພວກເຈົ້າໄດ້ຮັບ. Uka jalj uñjjattʼäta |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.
ເພາະສະນັ້ນ ພວກເຮົາຈຶ່ງພາວັນນາອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງພວກເຮົາ ໂຜດເຮັດໃຫ້ຊີວິດຂອງພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງພຣະອົງ ຂໍພຣະອົງໂຜດໃຫ້ຄວາມປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ.