Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:17 - ພຣະຄຳພີສັກສິ

17 ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,

Uka jalj uñjjattʼäta Copia luraña




ເອເຟໂຊ 3:17
24 Jak'a apnaqawi uñst'ayäwi  

ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ ພືດ​ນັ້ນ​ກໍ​ແຫ້ມ​ຈຶ່ງ​ຫ່ຽວແຫ້ງ​ໄປ​ເພາະ​ຮາກ​ບໍ່​ເລິກ.


ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ ລາວ​ຂຸດ​ດິນ​ລົງ​ເລິກ ແລະ​ຕັ້ງ​ຮາກຖານ​ໃສ່​ເທິງ​ດານ​ຫີນ ແລະ​ເມື່ອ​ນໍ້າ​ມາ​ຖ້ວມ ແລ້ວ​ແປວ​ນໍ້າ​ກໍ​ໄຫລ​ທັ່ງ​ໃສ່, ແຕ່​ບໍ່​ອາດ​ເຮັດ​ໃຫ້​ຕຶກ​ນັ້ນ​ຫວັ່ນໄຫວ ເພາະວ່າ​ໄດ້​ສ້າງ​ດີ​ແລ້ວ.


ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະອົງ, ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ຢູ່​ໃນ ພວກເຈົ້າ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ຜູ້ໃດ​ຮັກ​ເຮົາ ກໍ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້ນັ້ນ ແລະ​ເຮົາ​ທັງສອງ​ຈະ​ມາ​ຫາ​ຜູ້ນັ້ນ ແລະ​ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ຢ່າງ​ຄົບ​ບໍລິບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້ຈັກ​ວ່າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ ແລະ​ທັງ​ໄດ້​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ຮັກ​ພວກເຂົາ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ.


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນໍ້າ, ແຕ່​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


ຈົ່ງ​ພິຈາລະນາ​ເບິ່ງ​ຕົນເອງ​ວ່າ, ພວກເຈົ້າ​ຕັ້ງ​ຢູ່​ໃນ​ຄວາມເຊື່ອ​ຫລື​ບໍ? ຈົ່ງ​ພິສູດ​ຕົວ​ເອງ​ສາ ເຈົ້າ​ທັງຫລາຍ​ບໍ່​ຮູ້​ຫລື​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຈະ​ຜ່ານ​ການ​ພິສູດ​ນັ້ນ​ບໍ່ໄດ້.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຝ່າຍ​ພຣະເຈົ້າ ແລະ​ໄດ້​ຊະນະ​ເຂົາ​ເຫຼົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊົງ​ເປັນ​ໃຫຍ່​ກວ່າ​ຜູ້ນັ້ນ​ທີ່​ຢູ່​ໃນ​ໂລກ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka