Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:12 - ພຣະຄຳພີສັກສິ

12 ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:12
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ


ພວກເຮົາ​ກ່າວ​ເຊັ່ນນີ້​ກໍ​ເພາະວ່າ ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະຄຣິດ.


ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ດັ່ງນັ້ນ ຢ່າ​ໄດ້​ປະຖິ້ມ​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ ເພາະ​ສິ່ງ​ນັ້ນ​ນຳ​ໄປ​ສູ່​ບຳເໜັດ​ອັນ​ຍິ່ງໃຫຍ່.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ໃສ່​ພວກເຮົາ​ແລ້ວ ພວກເຮົາ​ກໍ​ມີ​ໃຈ​ກ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka