Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:11 - ພຣະຄຳພີສັກສິ

11 ພຣະເຈົ້າ​ໄດ້​ກະທຳ​ການ​ນີ້ ຕາມ​ພຣະປະສົງ​ອັນ​ນິຣັນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ຊົງ​ກະທຳ​ໃຫ້​ສຳເລັດ ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຕາມ​ຈຸດປະສົງ​ອັນ​ຖາວອນ​ຂອງ​ພຣະອົງ​ທີ່​ໄດ້​ກະທຳ​ໃຫ້​ສຳເລັດ​ໃນ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:11
12 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ຂ້ານ້ອຍ​ຮູ້​ຕະຫລອດ​ເວລາ​ທີ່​ຜ່ານ​ມາ ພຣະອົງ​ວາງແຜນ​ລັບ ດັບ​ຊີວາ​ຂ້ານ້ອຍ​ຖິ້ມ.


ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka