Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:10 - ພຣະຄຳພີສັກສິ

10 ເພື່ອ​ວ່າ​ໃນ​ປະຈຸບັນ​ນີ້ ຜູ້​ຄອບຄອງ ແລະ​ຜູ້​ມີ​ອຳນາດ​ໃນ​ສະຫວັນ​ສະຖານ ຈະ​ໄດ້​ຮູ້​ເຖິງ​ພຣະ​ສະຕິປັນຍາ​ອັນ​ສັບຊ້ອນ​ຂອງ​ພຣະເຈົ້າ ໂດຍ​ທາງ​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,

Uka jalj uñjjattʼäta Copia luraña




ເອເຟໂຊ 3:10
23 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ສ້າງ​ຫລາຍ​ສິ່ງ​ຫລາຍແນວ ພຣະອົງ​ໄດ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ສ້າງ​ສິ່ງ​ເຫຼົ່ານີ້​ຢ່າງ​ສະຫລາດ ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ.


ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”


ຄວາມ​ຮັ່ງມີ​ຂອງ​ພຣະເຈົ້າ​ກໍ​ມີ​ຢ່າງ​ລົ້ນເຫລືອ ແລະ​ພຣະ​ສະຕິປັນຍາ ທັງ​ຄວາມ​ຮອບຮູ້​ຂອງ​ພຣະອົງ​ກໍ​ແສນ​ເລີດລໍ້າ ການ​ຕັດສິນ​ຂອງ​ພຣະອົງ ກໍ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ໄດ້ ແລະ​ວິທີ​ທາງ​ຂອງ​ພຣະອົງ ກໍ​ເຫຼືອ​ວິໄສ​ທີ່​ຈະ​ຄົ້ນຄວ້າ​ໄດ້.


ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່ມີ​ສິ່ງໃດ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະອົງ​ໄດ້ ຄວາມ​ຕາຍ​ຫລື​ຊີວິດ​ກໍດີ, ເທວະດາ​ຫລື​ຜູ້ຄອບຄອງ​ກໍດີ, ຫລື​ສິ່ງ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ຫລື​ສິ່ງ​ທີ່​ຈະ​ມີ​ມາ​ໃນ​ອະນາຄົດ​ກໍດີ ຫລື​ຣິດເດດ​ທັງຫລາຍ,


ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ຫລື​ຄົນຕ່າງຊາດ​ກໍຕາມ ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ.


ປັນຍາ​ທີ່​ເຮົາ​ປະກາດ​ນັ້ນ ແມ່ນ​ຄວາມ​ເລິກລັບ​ແຫ່ງ​ປັນຍາ​ຂອງ​ພຣະເຈົ້າ ທີ່​ຖືກ​ເຊື່ອງ​ໄວ້​ຈາກ​ມະນຸດ​ກ່ອນ​ສ້າງ​ໂລກ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ແລ້ວ ເພື່ອ​ເປັນ​ສະຫງ່າຣາສີ​ແກ່​ພວກເຮົາ.


ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ.


ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ຊຶ່ງ​ເຕັມ​ບໍຣິບູນ​ດ້ວຍ​ພຣະອົງ ຜູ້​ຊົງ​ເຕັມ​ໃນ​ທຸກຫົນ​ທຸກແຫ່ງ​ທົ່ວ​ສັບພະທຸກສິ່ງ.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ເປັນ​ພຣະຄຸນ​ຊຶ່ງ​ພວກເຮົາ​ໄດ້​ຮັບ​ຢ່າງ​ລົ້ນເຫລືອ​ຫາ​ທີ່​ປຽບ​ບໍ່ໄດ້. ໃນ​ພຣະ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງ​ເຫັນຈິງ​ທຸກຢ່າງ​ຂອງ​ພຣະອົງ​ນັ້ນ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.


ດ້ວຍວ່າ, ໂດຍ​ພຣະອົງ​ນັ້ນ​ພຣະເຈົ້າ​ໄດ້​ຊົງ​ສ້າງ​ສັບພະທຸກສິ່ງ ທັງ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ ສິ່ງ​ທີ່​ຕາ​ເຫັນ​ໄດ້​ແລະ​ສິ່ງ​ທີ່​ຕາ​ເຫັນ​ບໍ່ໄດ້ ເປັນ​ພຣະທີ່ນັ່ງ ຫຼື​ອານຸພາບ ຫຼື​ບັນດາ​ຜູ້​ຄອບຄອງ ແລະ​ບັນດາ​ຜູ້​ມີ​ສິດ​ອຳນາດ​ທັງຫລາຍ ພຣະເຈົ້າ​ໄດ້​ສ້າງ​ສັບພະສິ່ງ​ທັງໝົດ​ນີ້​ໂດຍ​ທາງ​ພຣະອົງ ແລະ​ສຳລັບ​ພຣະອົງ.


ແລະ​ພວກເຈົ້າ​ກໍໄດ້​ມີ​ຊີວິດ​ຢ່າງ​ເຕັມ​ບໍຣິບູນ​ຢູ່​ໃນ​ພຣະອົງ ຜູ້​ຊົງ​ເປັນ​ໃຫຍ່​ເໜືອ​ການ​ປົກຄອງ​ແລະ​ອຳນາດ​ທຸກຢ່າງ.


ໂດຍ​ໄມ້ກາງແຂນ​ນັ້ນ ພຣະອົງ​ໄດ້​ຊົງ​ປົດ​ວິນຍານ​ຄອບຄອງ ແລະ​ອຳນາດ​ວິນຍານ​ຊົ່ວ​ທັງຫລາຍ​ເສຍ ແລະ​ໄດ້​ຊົງ​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ໂດຍ​ນຳ​ພວກເຂົາ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະອົງ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka