Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:1 - ພຣະຄຳພີສັກສິ

1 ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:1
30 Jak'a apnaqawi uñst'ayäwi  

ແຕ່​ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ພວກເຈົ້າ​ຈະ​ຖືກ​ຈັບ ແລະ​ຖືກ​ຂົ່ມເຫັງ, ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃນ​ທຳມະສາລາ​ຖືກ​ຕັດສິນ ແລະ​ຖືກ​ຂັງ​ຄຸກ ພວກເຈົ້າ​ຈະ​ຖືກ​ນຳ​ຂຶ້ນ​ໄປ​ຕໍ່ໜ້າ​ກະສັດ ແລະ​ຜູ້​ປົກຄອງ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ດັ່ງນັ້ນ ນາຍພັນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ໂປໂລ ແລະ​ຈັບ​ເພິ່ນ ໂດຍ​ສັ່ງ​ໃຫ້​ທະຫານ​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້ ແລ້ວ​ນາຍພັນ​ກໍ​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ? ແລະ​ໄດ້​ເຮັດ​ຫຍັງ​ແດ່?”


ນາຍຮ້ອຍ​ຜູ້​ນັ້ນ​ຈຶ່ງ​ພາ​ຊາຍ​ໜຸ່ມ​ໄປ​ຫາ​ນາຍພັນ ແລະ​ເວົ້າ​ວ່າ, “ໂປໂລ​ຜູ້​ທີ່​ຖືກ​ຂັງ​ຢູ່​ນັ້ນ​ໄດ້​ເອີ້ນ​ຂ້ານ້ອຍ​ໄປ​ຫາ ແລະ​ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ມາ​ຫາ​ທ່ານ ເພາະ​ລາວ​ມີ​ບາງສິ່ງ​ທີ່​ຈະແຈ້ງ​ໃຫ້​ທ່ານ​ຮູ້.”


ໂປໂລ​ຕອບ​ວ່າ, “ຊ້ອງ​ພຣະພັກ​ພຣະເຈົ້າ ຂ້ານ້ອຍ​ປາຖະໜາ​ບໍ່​ວ່າ​ຄຳ​ຊັກຊວນ​ໜ້ອຍ ຫລື​ຫລາຍ​ກໍຕາມ ຝ່າຍ​ຂ້ານ້ອຍ​ຂໍ​ພາວັນນາ​ອະທິຖານ​ພຣະເຈົ້າ ບໍ່ແມ່ນ​ເພື່ອ​ພຣະອົງ​ເທົ່ານັ້ນ, ແຕ່​ເພື່ອ​ທຸກໆ​ຄົນ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນວັນນີ້ ເພື່ອ​ໃຫ້​ກາຍເປັນ​ດັ່ງ​ທີ່​ຂ້ານ້ອຍ​ເປັນ ເວັ້ນ​ແຕ່​ການ​ເປັນ​ນັກໂທດ.”


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ທີ່​ພວກເຮົາ​ທົນທຸກ​ນັ້ນ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ແລະ​ຄວາມ​ພົ້ນ ແລະ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ເໝືອນກັນ ແມ່ນ​ຄວາມ​ເລົ້າໂລມ​ໃຈ​ທີ່​ຈະ​ໃຫ້​ເຈົ້າ​ທັງຫລາຍ​ສູ້ທົນ​ຕໍ່​ຄວາມ​ທຸກ​ລຳບາກ ເໝືອນ​ຢ່າງ​ພວກເຮົາ​ໄດ້​ສູ້ທົນ​ຢູ່​ນັ້ນ​ເໝືອນກັນ.


ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.


ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ພຣະເຈົ້າ​ໄດ້​ກະທຳ​ການ​ນີ້ ຕາມ​ພຣະປະສົງ​ອັນ​ນິຣັນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ຊົງ​ກະທຳ​ໃຫ້​ສຳເລັດ ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ບັດນີ້ ເຮົາ​ມີ​ຄວາມ​ຍິນດີ​ທີ່​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ສ່ວນ​ການ​ທົນທຸກ​ຂອງ​ພຣະຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນທຸກ​ຈົນ​ສຳເລັດ​ໃນ​ຮ່າງກາຍ​ຂອງເຮົາ ເພື່ອ​ເຫັນ​ແກ່​ພຣະກາຍ​ຂອງ​ພຣະອົງ ຄື​ຄຣິສຕະຈັກ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ສຳແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ໂອເນຊີໂຟໂຣ ເພາະ​ເພິ່ນ​ໄດ້​ໜູນ​ຈິດໃຈ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພິ່ນ​ບໍ່ໄດ້​ລະອາຍ​ທີ່​ເຮົາ​ຖືກ​ຄຸກ,


ເຫດສະນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ຫລື​ຝ່າຍ​ຕົວ​ເຮົາ​ທີ່​ຖືກ​ຈຳຈອງ​ຢູ່​ເພາະ​ເຫັນ​ແກ່​ພຣະອົງ ແຕ່​ຈົ່ງ​ມີ​ສ່ວນ​ໃນ​ການ​ລຳບາກ ເພື່ອ​ເຫັນ​ແກ່​ຂ່າວປະເສີດ ໂດຍ​ອາໄສ​ຣິດອຳນາດ​ແຫ່ງ​ພຣະເຈົ້າ.


ຈາກ ໂປໂລ ຜູ້​ຖືກ​ຄຸກ​ຢູ່ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ. ເຖິງ ຟີເລໂມນ ເພື່ອນ​ຮ່ວມງານ​ທີ່ຮັກ​ຂອງ​ພວກເຮົາ


ເອປາ​ຟາ ຜູ້​ຖືກ​ຄຸກ​ຢູ່​ກັບ​ເຮົາ ເພາະ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ


ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka