Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:7 - ພຣະຄຳພີສັກສິ

7 ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເພື່ອ​ວ່າ​ໃນ​ຍຸກ​ທີ່​ຈະ​ມາເຖິງ ພຣະອົງ​ຈະ​ໄດ້​ສະແດງ​ຄວາມອຸດົມສົມບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ເຖິງ​ພຣະຄຸນ​ຂອງ​ພຣະອົງ, ເຊິ່ງ​ໄດ້​ສະແດງ​ອອກ​ດ້ວຍ​ຄວາມເມດຕາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:7
13 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!


ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ແຕ່​ດ້ວຍ​ພຣະ​ກະລຸນາ​ປານີ​ຂອງ​ພຣະເຈົ້າ​ທີ່​ອຸດົມສົມບູນ​ຫລາຍ ແລະ​ດ້ວຍ​ຄວາມຮັກ​ຂອງ​ພຣະອົງ ທີ່​ມີ​ຕໍ່​ພວກເຮົາ​ກໍ​ໃຫຍ່ຫລວງ,


ຈົ່ງ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ​ໃນ​ຄຣິສຕະຈັກ ແລະ​ໃນ​ພຣະຄຣິດເຈົ້າ​ເຢຊູ ທຸກຍຸກ​ທຸກສະໄໝ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.


ຊຶ່ງ​ໃນ​ສະໄໝ​ກ່ອນ ພຣະອົງ​ບໍ່ໄດ້​ໃຫ້​ມະນຸດສະໂລກ​ຮູ້​ຄວາມ​ເລິກລັບ​ນີ້ ແຕ່​ບັດນີ້​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ນັ້ນ ໃຫ້​ແກ່​ບັນດາ​ອັກຄະສາວົກ​ທີ່​ບໍຣິສຸດ​ຂອງ​ພຣະອົງ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໂດຍ​ທາງ​ພຣະວິນຍານ.


ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ,


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka