Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:6 - ພຣະຄຳພີສັກສິ

6 ແລະ​ໄດ້​ຊົງ​ບັນດານ​ໃຫ້​ເຮົາ​ເປັນ​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ແລະ​ຊົງ​ໂຜດ​ໃຫ້​ເຮົາ​ນັ່ງ​ໃນ​ສະຫວັນ​ສະຖານ ດ້ວຍ​ກັນ​ກັບ​ພຣະເຢຊູ​ຄຣິດເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ ແລະ ໃຫ້​ພວກເຮົາ​ນັ່ງ​ກັບ​ພຣະອົງ​ໃນ​ສະຫວັນ​ສະຖານ​ໃນ​ພຣະຄຣິດເຈົ້າເຢຊູ,

Uka jalj uñjjattʼäta Copia luraña




ເອເຟໂຊ 2:6
16 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ວັນ​ນັ້ນ​ມາ​ເຖິງ​ທີ່​ເຮົາ​ຈະ​ດື່ມ​ນໍ້າ​ອະງຸ່ນ​ໃໝ່​ກັບ​ພວກເຈົ້າ ໃນ​ອານາຈັກ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ.”


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ ເຮົາ​ຈະ​ກັບຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


ໂປໂລ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ. ເຖິງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ແຕ່​ບັດນີ້, ພວກເຈົ້າ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ພວກເຈົ້າ​ເຄີຍ​ຢູ່​ຫ່າງໄກ, ແຕ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂດຍ​ພຣະ​ໂລຫິດ​ຂອງ​ພຣະຄຣິດ.


ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka