ເອເຟໂຊ 2:3 - ພຣະຄຳພີສັກສິ3 ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫຼົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ຄັ້ງໜຶ່ງ ພວກເຮົາທຸກຄົນກໍເຄີຍດໍາເນີນຊີວິດຢູ່ໃນທ່າມກາງຄົນເຫລົ່ານັ້ນ, ເຊິ່ງເປັນການສະໜອງຕັນຫາຂອງເນື້ອໜັງຂອງພວກເຮົາ ແລະ ປະຕິບັດຕາມຄວາມປາຖະໜາ ແລະ ຕາມຄວາມຄິດຂອງເນື້ອໜັງນັ້ນ. ພວກເຮົາຈຶ່ງສົມຄວນໄດ້ຮັບຄວາມໂກດຮ້າຍເໝືອນກັບຄົນອື່ນ. Uka jalj uñjjattʼäta |
ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ.
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.