Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:22 - ພຣະຄຳພີສັກສິ

22 ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກຳລັງ​ຖືກ​ກໍ່​ຂຶ້ນ​ໃຫ້​ເປັນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ໂດຍ​ພຣະວິນຍານ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ແລະ ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ກຳລັງ​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍກັນ​ເພື່ອ​ໃຫ້​ກາຍ​ເປັນ​ບ່ອນ​ສະຖິດ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ໂດຍ​ພຣະວິນຍານ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:22
12 Jak'a apnaqawi uñst'ayäwi  

ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ດັ່ງນີ້ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ ເພາະ​ພຣະອົງ​ໄດ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຮົາ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka