ເອເຟໂຊ 2:2 - ພຣະຄຳພີສັກສິ2 ໃນເວລານັ້ນ ພວກເຈົ້າໄດ້ປະຕິບັດຕາມທາງອັນຊົ່ວຊ້າແຫ່ງໂລກນີ້ ຄືພວກເຈົ້າເຊື່ອຟັງຕາມຜູ້ທີ່ມີຣິດອຳນາດປົກຄອງຢູ່ໃນຍ່ານອາກາດ ຄືວິນຍານຊຶ່ງຄອບງຳຢູ່ໃນທ່າມກາງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເຊິ່ງພວກເຈົ້າເຄີຍດຳເນີນຊີວິດເມື່ອພວກເຈົ້າໄດ້ຕິດຕາມທາງຂອງໂລກນີ້ ແລະ ວິຖີຂອງຜູ້ມີອຳນາດແຫ່ງຍ່ານຟ້າອາກາດ, ເຊິ່ງເປັນວິນຍານທີ່ເວລານີ້ທຳງານຢູ່ໃນບັນດາຜູ້ທີ່ບໍ່ເຊື່ອຟັງ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ໂຜດຊ່ວຍໃຫ້ພົ້ນຈາກຄົນເຫຼົ່ານີ້ ຄືຈາກມະນຸດທີ່ເຫັນແກ່ໄດ້ ໃນຊີວິດນີ້ພວກເຂົາເອົາໄດ້ທຸກສິ່ງທີ່ພວກເຂົາຕ້ອງການ. ໂຜດລົງໂທດພວກເຂົາໃຫ້ທົນທຸກໂດຍໂທດກຳ ທີ່ພວກເຂົາໄດ້ສະສົມໄວ້ນັ້ນ. ຂໍໃຫ້ພວກລູກຫລານຂອງເຂົາເຈົ້າ ໄດ້ຮັບໂທດກຳນັ້ນຈົນທົນບໍ່ໄຫວ ທັງປະໄວ້ໃຫ້ຫລານເຫຼັນຫລ້ອນ ຂອງພວກເຂົາເຊັ່ນຕໍ່ໆໄປອີກດ້ວຍ.
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.