Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:19 - ພຣະຄຳພີສັກສິ

19 ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່ໄປ ແຕ່​ເປັນ​ພົນລະເມືອງ​ອັນ​ດຽວກັນ​ກັບ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນຕ່າງດ້າວ ແລະ ຄົນແປກໜ້າ​ອີກ​ຕໍ່ໄປ, ແຕ່​ເປັນ​ພົນລະເມືອງ​ດຽວ​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ ແລະ ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະອົງ​ເໝືອນກັນ,

Uka jalj uñjjattʼäta Copia luraña




ເອເຟໂຊ 2:19
14 Jak'a apnaqawi uñst'ayäwi  

ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


ອົງ​ທີ່​ບັນດານ​ໃຫ້​ທຸກໆ​ຄອບຄົວ ໃນ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ດຳລົງ​ຢູ່.


ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.


ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງຫລາຍ​ນັ້ນ​ຢູ່​ໃນ​ສະຫວັນ ແລະ​ຄອງຄອຍ​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຊຶ່ງ​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ອົງ​ພຣະເຢຊູ​ຄຣິດເຈົ້າ.


ສ່ວນ​ຄົນ​ເຫຼົ່ານັ້ນ ໄດ້​ຕາຍໄປ​ໃນ​ຂະນະທີ່​ມີ​ຄວາມເຊື່ອ ໂດຍ​ບໍ່ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນຍາ​ໄວ້ ແຕ່​ພວກເພິ່ນ​ກໍໄດ້​ເຫັນ​ແລະ​ຕ້ອນຮັບ​ໄວ້​ຕັ້ງແຕ່​ໄກ ແລະ​ຍອມ​ຮັບ​ວ່າ​ພວກເພິ່ນ​ເປັນ​ພຽງແຕ່​ແຂກ​ເມືອງ​ທີ່​ທ່ອງທ່ຽວ​ໄປມາ​ໃນ​ໂລກ.


ດ້ວຍວ່າ, ເທິງ​ແຜ່ນດິນ​ໂລກ​ນີ້ ບໍ່ມີ​ບ້ານ​ເມືອງ​ອັນ​ຖາວອນ​ສຳລັບ​ພວກເຮົາ, ພວກເຮົາ​ສະແຫວງ​ຫາ​ນະຄອນ​ທີ່​ຈະ​ມີ​ມາ​ໃນ​ພາຍໜ້າ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka