Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:16 - ພຣະຄຳພີສັກສິ

16 ແລະ​ເພື່ອ​ຈະ​ຊົງ​ກະທຳ​ໃຫ້​ທັງສອງ​ພວກ ຄືນ​ດີ​ກັນ​ກັບ​ພຣະເຈົ້າ ເປັນ​ກາຍ​ອັນ​ດຽວກັນ​ໂດຍ​ໄມ້ກາງແຂນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ການ​ເປັນ​ສັດຕູ​ກັນ​ນັ້ນ​ສູນສິ້ນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແລະ ໃນ​ກາຍ​ດຽວກັນ​ນີ້​ທັງ​ສອງ​ຝ່າຍ​ຈຶ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ​ຜ່ານທາງ​ໄມ້ກາງແຂນ, ໂດຍ​ທີ່​ພຣະອົງ​ໄດ້​ທຳລາຍ​ຄວາມ​ເປັນ​ສັດຕູ​ກັນ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:16
14 Jak'a apnaqawi uñst'ayäwi  

ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ເຖິງ​ແມ່ນ​ວ່າ ພວກເຮົາ​ມີ​ຫລາຍ​ຄົນ ເນື່ອງ​ຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ກໍ​ເປັນ​ຮ່າງກາຍ​ດຽວ ເພາະວ່າ​ພວກເຮົາ​ທຸກຄົນ​ກິນ​ເຂົ້າຈີ່​ກ້ອນ​ດຽວກັນ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ພຣະອົງ​ໄດ້​ຊົງ​ຍົກເລີກ​ກົດບັນຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ​ຈະ​ກະທຳ​ໃຫ້​ທັງສອງ​ຝ່າຍ ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະອົງ ຢ່າງ​ນັ້ນ​ແຫຼະ ຈຶ່ງ​ຊົງ​ບັນດານ​ໃຫ້​ເກີດ​ສັນຕິສຸກ,


ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.


ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ.


ພຣະອົງ​ໄດ້​ລຶບລ້າງ​ກົດບັນຍັດ​ພ້ອມ​ກັບ​ກົດລະບຽບ​ຕ່າງໆ ທີ່​ຜູກມັດ​ຂັດຂວາງ​ພວກເຮົາ ແລະ​ໄດ້​ຍົກເລີກ​ສິ່ງ​ນັ້ນ​ເສຍ ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້ກາງແຂນ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka