Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:15 - ພຣະຄຳພີສັກສິ

15 ພຣະອົງ​ໄດ້​ຊົງ​ຍົກເລີກ​ກົດບັນຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ​ຈະ​ກະທຳ​ໃຫ້​ທັງສອງ​ຝ່າຍ ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະອົງ ຢ່າງ​ນັ້ນ​ແຫຼະ ຈຶ່ງ​ຊົງ​ບັນດານ​ໃຫ້​ເກີດ​ສັນຕິສຸກ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,

Uka jalj uñjjattʼäta Copia luraña




ເອເຟໂຊ 2:15
21 Jak'a apnaqawi uñst'ayäwi  

ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ການ​ຮັບ​ພິທີຕັດ ຫລື​ບໍ່​ຮັບ​ກໍ​ບໍ່ແມ່ນ​ສິ່ງ​ສຳຄັນ, ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ເພາະວ່າ​ພຣະອົງ​ຊົງ​ເປັນ​ອົງ​ສັນຕິສຸກ​ຂອງ​ເຮົາ​ທັງຫລາຍ ຄື​ເປັນ​ຜູ້​ຊົງ​ກະທຳ​ໃຫ້​ທັງສອງ​ຝ່າຍ ເຂົ້າ​ເປັນ​ພວກ​ດຽວກັນ ພຣະອົງ​ໄດ້​ຊົງ​ຮື້​ກຳແພງ​ທີ່​ຂັ້ນ ລະຫວ່າງ​ການ​ເປັນ​ສັດຕູ​ກັນ​ນັ້ນ​ຖິ້ມ​ເສຍ ດ້ວຍ​ພຣະກາຍ​ຂອງ​ພຣະອົງ.


ແລະ​ເພື່ອ​ຈະ​ຊົງ​ກະທຳ​ໃຫ້​ທັງສອງ​ພວກ ຄືນ​ດີ​ກັນ​ກັບ​ພຣະເຈົ້າ ເປັນ​ກາຍ​ອັນ​ດຽວກັນ​ໂດຍ​ໄມ້ກາງແຂນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ການ​ເປັນ​ສັດຕູ​ກັນ​ນັ້ນ​ສູນສິ້ນ​ໄປ.


ເນື່ອງ​ຈາກ​ພຣະອົງ​ນັ້ນ ຮ່າງກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສະໜິດ​ແລະ​ຜູກພັນ​ກັນ ໂດຍ​ທຸກໆ​ຂໍ້ຕໍ່​ທີ່​ຊົງ​ປະທານ ຮ່າງກາຍ​ຈຶ່ງ​ໄດ້​ຈະເລີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມຮັກ ເມື່ອ​ອະໄວຍະວະ​ທຸກ​ສ່ວນ​ເຮັດ​ໜ້າທີ່​ຕາມ​ຄວາມ​ເໝາະສົມ​ແລ້ວ.


ພຣະອົງ​ໄດ້​ລຶບລ້າງ​ກົດບັນຍັດ​ພ້ອມ​ກັບ​ກົດລະບຽບ​ຕ່າງໆ ທີ່​ຜູກມັດ​ຂັດຂວາງ​ພວກເຮົາ ແລະ​ໄດ້​ຍົກເລີກ​ສິ່ງ​ນັ້ນ​ເສຍ ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້ກາງແຂນ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ຜູ້​ຊຶ່ງ​ເປັນ​ປະໂຣຫິດ​ທີ່​ບໍ່ໄດ້​ຮັບ​ການ​ແຕ່ງຕັ້ງ​ຕາມ​ກົດບັນຍັດ​ຂອງ​ມະນຸດ ແຕ່​ໂດຍ​ຣິດເດດ​ແຫ່ງ​ຊີວິດ​ອັນ​ບໍ່​ຮູ້​ເສື່ອມສູນ.


ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.


ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka