Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:14 - ພຣະຄຳພີສັກສິ

14 ເພາະວ່າ​ພຣະອົງ​ຊົງ​ເປັນ​ອົງ​ສັນຕິສຸກ​ຂອງ​ເຮົາ​ທັງຫລາຍ ຄື​ເປັນ​ຜູ້​ຊົງ​ກະທຳ​ໃຫ້​ທັງສອງ​ຝ່າຍ ເຂົ້າ​ເປັນ​ພວກ​ດຽວກັນ ພຣະອົງ​ໄດ້​ຊົງ​ຮື້​ກຳແພງ​ທີ່​ຂັ້ນ ລະຫວ່າງ​ການ​ເປັນ​ສັດຕູ​ກັນ​ນັ້ນ​ຖິ້ມ​ເສຍ ດ້ວຍ​ພຣະກາຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ເພາະ​ພຣະອົງ​ເອງ​ເປັນ​ສັນຕິສຸກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເປັນ​ກາຍ​ດຽວກັນ ແລະ ທຳລາຍ​ສິ່ງກີດຂວາງ ຄື​ກຳແພງ​ແຫ່ງ​ການແບ່ງແຍກ​ຂອງ​ສັດຕູ​ນັ້ນ,

Uka jalj uñjjattʼäta Copia luraña




ເອເຟໂຊ 2:14
28 Jak'a apnaqawi uñst'ayäwi  

ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ແລະ​ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້. ເມື່ອ​ພວກ​ອັດຊີເຣຍ​ຮຸກຮານ​ປະເທດ​ຂອງ​ພວກເຮົາ ແລະ​ທຳລາຍ​ບ່ອນ​ປ້ອງກັນ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ຈະ​ສົ່ງ​ພວກ​ຜູ້ນຳ​ທີ່​ເຂັ້ມແຂງ​ທີ່ສຸດ​ອອກ​ໄປ​ສູ້ຮົບ​ພວກເຂົາ.


ລາວ​ຈະ​ເປັນ​ຜູ້​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ກຽດ​ສົມກັບ​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງຕົນ. ຈະ​ມີ​ປະໂຣຫິດ​ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຂ້າງ​ບັນລັງ​ຂອງ​ລາວ ແລະ​ພວກເຂົາ​ຈະ​ປົກຄອງ​ຮ່ວມກັນ​ຢ່າງ​ສັນຕິສຸກ ແລະ​ມີ​ຄວາມ​ເຂົ້າໃຈ​ຊຶ່ງກັນແລະກັນ.’


ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີ ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ພຣະອົງ​ໄດ້​ຊົງ​ຍົກເລີກ​ກົດບັນຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ​ຈະ​ກະທຳ​ໃຫ້​ທັງສອງ​ຝ່າຍ ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະອົງ ຢ່າງ​ນັ້ນ​ແຫຼະ ຈຶ່ງ​ຊົງ​ບັນດານ​ໃຫ້​ເກີດ​ສັນຕິສຸກ,


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ສະເດັດ​ມາ ແລະ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ແກ່​ທຸກຄົນ​ຄື: ແກ່​ພວກເຈົ້າ​ຄົນຕ່າງຊາດ​ຜູ້​ທີ່​ຢູ່​ຫ່າງໄກ​ຈາກ​ພຣະເຈົ້າ ແລະ​ປະກາດ​ສັນຕິສຸກ​ແກ່​ຄົນ​ຜູ້​ທີ່​ຢູ່​ໃກ້​ພຣະອົງ.


ອົງ​ທີ່​ບັນດານ​ໃຫ້​ທຸກໆ​ຄອບຄົວ ໃນ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ດຳລົງ​ຢູ່.


ເນື່ອງ​ຈາກ​ພຣະອົງ​ນັ້ນ ຮ່າງກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສະໜິດ​ແລະ​ຜູກພັນ​ກັນ ໂດຍ​ທຸກໆ​ຂໍ້ຕໍ່​ທີ່​ຊົງ​ປະທານ ຮ່າງກາຍ​ຈຶ່ງ​ໄດ້​ຈະເລີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມຮັກ ເມື່ອ​ອະໄວຍະວະ​ທຸກ​ສ່ວນ​ເຮັດ​ໜ້າທີ່​ຕາມ​ຄວາມ​ເໝາະສົມ​ແລ້ວ.


ແລະ​ໂດຍ​ພຣະອົງ​ນັ້ນ ຈະ​ໄດ້​ຊົງ​ໃຫ້​ສິ່ງສາລະພັດ​ກັບຄືນ​ດີ​ກັບ​ພຣະເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນດິນ​ໂລກ ຫລື​ໃນ​ສະຫວັນ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ເກີດ​ສັນຕິພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້ກາງແຂນ​ຂອງ​ພຣະອົງ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka