ເອເຟໂຊ 2:13 - ພຣະຄຳພີສັກສິ13 ແຕ່ບັດນີ້, ພວກເຈົ້າຢູ່ໃນພຣະຄຣິດເຈົ້າເຢຊູ ຊຶ່ງເມື່ອກ່ອນນັ້ນພວກເຈົ້າເຄີຍຢູ່ຫ່າງໄກ, ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ແຕ່ບັດນີ້ ພວກເຈົ້າທັງຫລາຍຢູ່ໃນພຣະຄຣິດເຈົ້າເຢຊູ ເຊິ່ງເມື່ອກ່ອນນັ້ນເຄີຍຢູ່ໄກແຕ່ໄດ້ຖືກນຳເຂົ້າມາໃກ້ແລ້ວໂດຍໂລຫິດຂອງພຣະຄຣິດເຈົ້າ. Uka jalj uñjjattʼäta |
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.