Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:12 - ພຣະຄຳພີສັກສິ

12 ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:12
51 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ດົນນານ​ມາ​ແລ້ວ​ທີ່​ຊາດ​ອິດສະຣາເອນ​ໄດ້​ດຳເນີນ​ຊີວິດ ໂດຍ​ບໍ່ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ໂດຍ​ບໍ່ມີ​ບັນດາ​ປະໂຣຫິດ​ສິດສອນ​ພວກເຂົາ​ແລະ​ໂດຍ​ບໍ່ມີ​ກົດບັນຍັດ.


ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”


ຢ່າ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ຊົ່ວຄາວ ຫລື​ລູກຈ້າງ​ກິນ​ອາຫານ​ສຳລັບ​ພິທີ​ສະຫລອງ​ປັດສະຄາ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ປະຊາຊົນ​ຂອງເຮົາ​ເອີຍ ຄົນ​ຕ່າງດ້າວ​ຈະ​ຮັບໃຊ້​ພວກເຈົ້າ ພວກເຂົາ​ຈະ​ເປັນ​ຜູ້​ລ້ຽງດູ​ຝູງແກະ​ຂອງ​ພວກເຈົ້າ ແລະ​ພວກເຂົາ​ຈະ​ຂຸດຄົ້ນ​ທັງ​ປູກຝັງ​ໃນ​ທີ່ດິນ ດູແລ​ເບິ່ງແຍງ​ສວນອະງຸ່ນ​ໃຫ້​ພວກເຈົ້າ.


ຄວາມຫວັງ​ອັນດຽວ​ຂອງ​ອິດສະຣາເອນ​ຄື​ພຣະອົງ ພຣະອົງ​ເປັນ​ຜູ້​ຊ່ວຍ​ພວກ​ຂ້ານ້ອຍ​ໃນ​ເວລາ​ຖືກ​ຂັດສົນ. ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ຄື​ກັບ​ຄົນຕ່າງດ້າວ​ນໍ ດັ່ງ​ນັກ​ທ່ອງທ່ຽວ​ທີ່​ແວ່ຢາມ​ພຽງ​ຄືນດຽວ​ເທົ່ານັ້ນ?


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ເຮົາ​ໃກ້​ຈະ​ລົງໂທດ​ພວກເຈົ້າ ຄື​ພວກ​ຜູ້ທຳນວາຍ​ທີ່​ມີ​ນິມິດ​ຈອມປອມ ແລະ​ເວົ້າ​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ ເມື່ອ​ປະຊາຊົນ​ຂອງເຮົາ​ມາ​ປະຊຸມກັນ; ຊື່​ພວກເຈົ້າ​ຈະ​ບໍ່ໄດ້​ລວມເຂົ້າ ໃນ​ບັນຊີ​ລາຍຊື່​ຂອງ​ພົນລະເມືອງ​ຂອງ​ຊາດ​ອິດສະຣາເອນ; ພວກເຈົ້າ​ຈະ​ບໍ່ໄດ້​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ມັນ​ເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ພວກເຈົ້າ. ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ຜູ້​ທີ່​ມີ​ລູກ​ເກີດ​ໃນ​ທີ່​ນີ້ ກໍ​ມີ​ສ່ວນ​ໃນ​ດິນແດນ​ນີ້​ຄືກັນ​ເມື່ອ​ເຈົ້າ​ແບ່ງປັນ​ດິນແດນ. ໃຫ້​ຖື​ພວກເຂົາ​ເປັນ​ພົນລະເມືອງ​ອິດສະຣາເອນ​ຢ່າງ​ເຕັມ​ສ່ວນ ແລະ​ໃຫ້​ພວກເຂົາ​ໃຊ້​ສະຫລາກ​ເອົາ​ສ່ວນ​ດິນແດນ​ກັບ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ເຄື່ອງ​ຖວາຍ​ພິເສດ​ທັງໝົດ​ເປັນ​ບໍຣິສຸດ​ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນນີ້ ແມ່ນ​ພັນທະສັນຍາ​ຂອງ​ເກືອ​ອັນ​ປ່ຽນແປງ​ບໍ່ໄດ້​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.”


ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


“ເຮົາ​ເປັນ​ເຄືອ​ອະງຸ່ນ ພວກເຈົ້າ​ເປັນ​ກິ່ງ ຜູ້ໃດ​ທີ່​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ຜູ້ນັ້ນ, ຜູ້ນັ້ນ​ແຫລະ ຈະ​ເກີດຜົນ​ຫລາຍ. ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ຊຶ່ງ​ພວກເຈົ້າ​ນະມັດສະການ​ນັ້ນ ພວກເຈົ້າ​ບໍ່​ຮູ້ຈັກ ແຕ່​ພວກເຮົາ​ຮູ້​ດີ​ວ່າ ພວກເຮົາ​ນະມັດສະການ​ຜູ້ໃດ ເພາະ​ຄວາມ​ພົ້ນ​ນັ້ນ​ມາ​ທາງ​ຊາວ​ຢິວ.


ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”


ທ່ານ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ຜູ້ທຳນວາຍ ແລະ​ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້ ແກ່​ບັນພະບຸລຸດ​ຂອງ​ພວກທ່ານ ຄື​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ຄອບຄົວ​ທັງໝົດ​ທົ່ວ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພຣະພອນ ເພາະ​ເຊື້ອສາຍ​ຂອງ​ເຈົ້າ.’


ນີ້​ໝາຍຄວາມວ່າ ລູກ​ທີ່​ເກີດ​ຕາມ​ທຳມະຊາດ ບໍ່​ເປັນ​ລູກ​ຂອງ​ພຣະເຈົ້າ, ແຕ່​ແມ່ນ​ລູກ​ທີ່​ເກີດ​ຕາມ​ພຣະສັນຍາ​ຂອງ​ພຣະເຈົ້າ ຈຶ່ງ​ຖື​ວ່າ​ເປັນ​ເຊື້ອສາຍ​ແທ້.


ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່ໄປ ແຕ່​ເປັນ​ພົນລະເມືອງ​ອັນ​ດຽວກັນ​ກັບ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພຣະເຈົ້າ.


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


ແລະ​ເຈົ້າ​ທັງຫລາຍ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ແມ່ນ​ພົນລະເມືອງ​ຂອງ​ພຣະເຈົ້າ ແຕ່​ເປັນ​ສັດຕູ​ທາງ​ດ້ານ​ຈິດໃຈ​ດ້ວຍ​ການ​ຊົ່ວຮ້າຍ​ຕ່າງໆ,


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.


ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ຈາກ​ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,


ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka