Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:1 - ພຣະຄຳພີສັກສິ

1 ໃນ​ອະດີດ​ຜ່ານ​ມາ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ເຮັດ​ບາບ​ນາໆ​ປະການ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ສ່ວນ​ພວກເຈົ້າ​ນັ້ນ, ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ແລະ ໃນ​ຄວາມບາບ​ຂອງ​ພວກເຈົ້າ,

Uka jalj uñjjattʼäta Copia luraña




ເອເຟໂຊ 2:1
21 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ປ່ອຍ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ.”


ດ້ວຍວ່າ, ລູກ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ລາວ​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້​ເຮົາ​ໄດ້​ພົບ​ລາວ​ອີກ.’ ແລະ​ພວກເຂົາ​ກໍໄດ້​ຕັ້ງຕົ້ນ​ຊົມຊື່ນ​ຍິນດີ.


ແຕ່​ພວກເຮົາ​ສົມຄວນ​ຮ່ວມ​ຊົມຊື່ນ​ຍິນດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້ ຍັງ​ໄດ້​ພົບ​ອີກ.”’


ຂະໂມຍ​ມາ ກໍ​ພຽງແຕ່​ຈະ​ລັກ ຈະ​ຂ້າ​ແລະ​ທຳລາຍ​ເທົ່ານັ້ນ ຝ່າຍ​ເຮົາ​ໄດ້​ມາ ເພື່ອ​ເຂົາ​ຈະ​ໄດ້​ຊີວິດ ແລະ​ຈະ​ໄດ້​ຊີວິດ​ຢ່າງ​ຄົບ​ບໍລິບູນ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ ຈະ​ໄດ້ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ບັນດາ​ຜູ້​ທີ່​ໄດ້ຍິນ​ກໍ​ຈະ​ມີ​ຊີວິດ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”


ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ​ຍ້ອນ​ບາບກຳ​ຂອງ​ພວກເຈົ້າ ແລະ​ຍ້ອນ​ເປັນ​ຄົນ​ບໍ່​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ​ຮ່ວມ​ກັບ​ພຣະອົງ ແລະ​ພຣະອົງ​ໄດ້​ອະໄພ​ບາບກຳ​ທຸກຢ່າງ​ຂອງ​ພວກເຮົາ​ແລ້ວ,


ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.


ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka