ເອເຟໂຊ 1:6 - ພຣະຄຳພີສັກສິ6 ເພື່ອຈະໃຫ້ເປັນທີ່ສັນລະເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູເຈົ້າ ຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ເພື່ອເປັນການສັນລະເສີນພຣະຄຸນຍິ່ງໃຫຍ່ຂອງພຣະອົງທີ່ພຣະອົງໄດ້ໃຫ້ແກ່ພວກເຮົາລ້າໆໃນພຣະອົງຜູ້ເປັນທີ່ຮັກຂອງພຣະເຈົ້າ. Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.