Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:5 - ພຣະຄຳພີສັກສິ

5 ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະອົງ​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña




ເອເຟໂຊ 1:5
32 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ບັດນີ້ ເຈົ້າ​ພັດ​ເວົ້າ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ແລະ ພຣະອົງ​ຮັກ​ພວກ​ຂ້ານ້ອຍ​ມາ ແຕ່​ສະໄໝ​ຍັງ​ນ້ອຍ​ພຸ້ນ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ແຕ່​ໂຢເຊັບ​ບໍ່​ໄດ້​ສົມສູ່​ກັບ​ນາງ ຈົນ​ກວ່າ​ນາງ​ໄດ້​ເກີດ​ລູກຊາຍ ແລ້ວ​ໂຢເຊັບ​ຈຶ່ງ​ໃສ່​ຊື່​ເດັກ​ທີ່​ເກີດ​ມາ​ນັ້ນ​ວ່າ, ເຢຊູ.


ແມ່ນ​ແລ້ວ​ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ກະລຸນາ​ຕາມ​ຄວາມ​ພໍໃຈ​ຢ່າງ​ນັ້ນ​ຕໍ່ໜ້າ​ພຣະອົງ.”


ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”


ໃນ​ວັນ​ແຫ່ງ​ການ​ພິພາກສາ ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.”


“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ.


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.


ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຢ່າ​ສູ່​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່ນ້ອງ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ​ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ ຜູ້​ເປັນ​ພຣະບິດາເຈົ້າ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຈະ​ເມືອ​ຫາ​ພຣະເຈົ້າ​ຂອງເຮົາ ແລະ​ພຣະເຈົ້າ​ຂອງ​ພວກເຈົ້າ.”


ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.


ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈາກ​ໂຊຊະເຖນ ນ້ອງຊາຍ​ຂອງ​ພວກເຮົາ.


ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ​ພຣະຄຣິດເຈົ້າ​ເຢຊູ​ໂດຍ​ທາງ​ຄວາມເຊື່ອ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ເພາະວ່າ​ແມ່ນ​ພຣະເຈົ້າ ເປັນ​ຜູ້​ຊົງ​ກະທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງຫລາຍ​ໃຫ້​ມີ​ໃຈ​ປາຖະໜາ ແລະ​ໃຫ້​ເຮັດ​ໄປ​ເພື່ອ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະອົງ.


ເພາະວ່າ​ພຣະເຈົ້າ​ຊົງ​ພໍພຣະໄທ ທີ່​ຈະ​ໃຫ້​ສະພາບ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພຣະບຸດ​ຢ່າງ​ເຕັມ​ບໍລິບູນ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ພາວັນນາ​ອະທິຖານ ສຳລັບ​ພວກເຈົ້າ​ຢູ່​ສະເໝີ ພວກເຮົາ​ຂໍ​ພຣະເຈົ້າ​ຂອງ​ພວກເຮົາ ໂຜດ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ມີ​ຄຸນຄ່າ ສົມກັບ​ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ດຳເນີນ​ຊີວິດ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ໂຜດ​ໃຫ້​ຄວາມ​ປາຖະໜາ​ໃນ​ການ​ເຮັດ​ດີ​ທຸກຢ່າງ ແລະ​ໃນ​ການ​ດຳເນີນ​ພາລະກິດ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ຈົ່ງ​ບັນລຸ​ຜົນ​ສຳເລັດ​ເທີ້ນ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka