ເອເຟໂຊ 1:3 - ພຣະຄຳພີສັກສິ3 ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ຂໍໃຫ້ຄຳສັນລະເສີນຈົ່ງມີແກ່ພຣະເຈົ້າຄືພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ພອນໃນສະຫວັນສະຖານໃຫ້ແກ່ພວກເຮົາດ້ວຍພຣະພອນຝ່າຍວິນຍານທຸກຢ່າງໃນພຣະຄຣິດເຈົ້າ. Uka jalj uñjjattʼäta |
ແຕ່ຢາເບດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງຊາດອິດສະຣາເອນວ່າ, “ໂອ ພຣະເຈົ້າເອີຍ ໂຜດອວຍພອນຂ້ານ້ອຍ ແລະໃຫ້ຂ້ານ້ອຍມີດິນແດນຢ່າງຫລວງຫລາຍແດ່ທ້ອນ. ໂຜດສະຖິດຢູ່ນຳຂ້ານ້ອຍແລະຮັກສາຂ້ານ້ອຍ ໃຫ້ພົ້ນຈາກການຊົ່ວຮ້າຍນາໆປະການແດ່ທ້ອນ ຊຶ່ງອາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມເຈັບປວດ.” ພຣະເຈົ້າໄດ້ໃຫ້ສິ່ງທີ່ລາວໄດ້ພາວັນນາອະທິຖານຂໍນັ້ນ.
ແລ້ວກໍມີການຮຽກຮ້ອງປະຊາຊົນໃຫ້ນະມັດສະການພຣະເຈົ້າ ໂດຍຊາວເລວີ ມີດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະເປທາຮີຢາ. ພວກເຂົາໄດ້ເວົ້າວ່າ, “ຈົ່ງລຸກຢືນຂຶ້ນ ແລະສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຈົ່ງສັນລະເສີນພຣະອົງສືບໄປຊົ່ວນິຣັນດອນ ຈົ່ງໃຫ້ທຸກຄົນຍົກຍໍພຣະນາມອັນຮຸ່ງເຮືອງຍິ່ງໃຫຍ່ ເຖິງແມ່ນວ່າມະນຸດນັ້ນໃຫ້ຄຳຍົກຍໍ ບໍ່ຍິ່ງໃຫຍ່ພໍສຳລັບພຣະອົງກໍຕາມ.”
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”