Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:22 - ພຣະຄຳພີສັກສິ

22 ແລະ​ໄດ້​ຊົງ​ປາບ​ສິ່ງສາລະພັດ​ທັງປວງ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ຕັ້ງ​ພຣະອົງ​ໄວ້​ໃຫ້​ເປັນ​ພຣະ​ປະມຸກ ເໜືອ​ສິ່ງສາລະພັດ​ແກ່​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ແລະ ພຣະເຈົ້າ​ໄດ້​ວາງ​ສິ່ງ​ທັງປວງ​ລົງ​ໃຕ້​ຕີນ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຕັ້ງ​ພຣະອົງ​ໄວ້​ເປັນ​ຫົວ​ເໜືອ​ທຸກສິ່ງ​ເພື່ອ​ຄຣິສຕະຈັກ,

Uka jalj uñjjattʼäta Copia luraña




ເອເຟໂຊ 1:22
18 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ເຈົ້າ​ຈະ​ເອົາ​ຊະນະ​ສິງ​ໂຕ​ຮ້າຍ​ແລະ​ງູພິດ​ທັງຫລາຍ ໂດຍ​ຢຽບຢໍ່າ​ມັນ​ລົງ​ຢູ່​ໃຕ້​ຕີນ​ເຈົ້າ.


ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ ເຈົ້າ​ຄື​ເປໂຕ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງເຮົາ​ຂຶ້ນ ແລະ​ປະຕູ​ແຫ່ງ​ແດນ​ມໍຣະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່ໄດ້.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ວ່າ, ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຜູ້ຊາຍ​ທຸກຄົນ ຜົວ​ເປັນ​ປະມຸກ​ເມຍ​ຂອງຕົນ ແລະ​ປະມຸກ​ຂອງ​ພຣະຄຣິດ ຄື​ພຣະເຈົ້າ.


ຈົ່ງ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ​ໃນ​ຄຣິສຕະຈັກ ແລະ​ໃນ​ພຣະຄຣິດເຈົ້າ​ເຢຊູ ທຸກຍຸກ​ທຸກສະໄໝ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.


ເພາະວ່າ​ຜົວ​ເປັນ​ຫົວ​ຂອງ​ເມຍ ເໝືອນ​ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຄຣິສຕະຈັກ ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ໂຜດ​ໃຫ້​ຄຣິສຕະຈັກ​ນັ້ນ​ພົ້ນ.


ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ.


ເພິ່ນ​ໄດ້​ເລົ່າ​ໃຫ້​ພວກເຮົາ​ຟັງ​ເຖິງ​ຄວາມຮັກ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ໂຜດ​ປະທານ​ແກ່​ພວກເຈົ້າ.


ແລະ​ພວກເຈົ້າ​ກໍໄດ້​ມີ​ຊີວິດ​ຢ່າງ​ເຕັມ​ບໍຣິບູນ​ຢູ່​ໃນ​ພຣະອົງ ຜູ້​ຊົງ​ເປັນ​ໃຫຍ່​ເໜືອ​ການ​ປົກຄອງ​ແລະ​ອຳນາດ​ທຸກຢ່າງ.


ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka