ເອເຟໂຊ 1:19 - ພຣະຄຳພີສັກສິ19 ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫຼືອປະມານຂອງພຣະອົງ ມີຫລາຍພຽງໃດສຳລັບພວກເຮົາຜູ້ທີ່ເຊື່ອ ຕາມອຳນາດພຣະກຳລັງ ແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່19 ແລະ ຮູ້ເຖິງລິດອຳນາດອັນຍິ່ງໃຫຍ່ທີ່ຫາສິ່ງໃດປຽບທຽບບໍ່ໄດ້ສຳລັບພວກເຮົາຜູ້ທີ່ເຊື່ອ. ລິດອຳນາດນັ້ນເປັນເໝືອນກັບພະລັງອັນຍິ່ງໃຫຍ່ຂອງພຣະອົງ Uka jalj uñjjattʼäta |
ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ.
ເພາະສະນັ້ນ ພວກເຮົາຈຶ່ງພາວັນນາອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງພວກເຮົາ ໂຜດເຮັດໃຫ້ຊີວິດຂອງພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງພຣະອົງ ຂໍພຣະອົງໂຜດໃຫ້ຄວາມປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ.
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.