Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:18 - ພຣະຄຳພີສັກສິ

18 ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,

Uka jalj uñjjattʼäta Copia luraña




ເອເຟໂຊ 1:18
49 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ພຽງແຕ່​ໄດ້​ຮູ້​ສິ່ງ​ທີ່​ຄົນອື່ນ​ໄດ້​ບອກ​ຂ້ານ້ອຍ ແຕ່​ບັດນີ້ ຂ້ານ້ອຍ​ເຫັນ​ພຣະອົງ​ດ້ວຍ​ຕາ​ແລ້ວ.


ຂໍ​ຊົງ​ໂຜດ​ເປີດ​ຕາ​ຂອງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຫັນ ຄວາມຈິງ​ອັນ​ອັດສະຈັນ​ຢູ່​ໃນ​ກົດບັນຍັດ​ນັ້ນ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ, ວິນຍານ​ແຫ່ງ​ສະຕິປັນຍາ ວິນຍານ​ແຫ່ງ​ຄວາມ​ເຂົ້າໃຈ. ວິນຍານ​ແຫ່ງ​ທີ່ປຶກສາ ວິນຍານ​ແຫ່ງ​ຣິດອຳນາດ ວິນຍານ​ແຫ່ງ​ຄວາມຮູ້ ວິນຍານ​ແຫ່ງ​ການ​ຢຳເກງ​ພຣະເຈົ້າຢາເວ


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄົນ​ຫູ​ໜວກ​ຈະ​ສາມາດ​ໄດ້ຍິນ​ສຽງ​ຂອງ​ຄົນ​ອ່ານ​ໜັງສື​ໄດ້ ແລະ​ຄົນ​ຕາບອດ​ທີ່​ຢູ່​ໃນ​ຄວາມມືດ​ຈະ​ສາມາດ​ເຫັນຮຸ່ງ​ໄດ້.


ພວກເຂົາ​ຈະ​ມືນ​ຕາ​ເບິ່ງ ແລະ​ງ່ຽງຫູ​ຟັງ​ຄຳ​ຮ້ອງທຸກ​ຕ່າງໆ​ຂອງ​ປະຊາຊົນ.


ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້​ເຫັນຮຸ່ງ ປົດປ່ອຍ​ຄົນ​ໃນ​ຄຸກມືດ​ໃຫ້​ເປັນ​ເສລີ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ດ້ວຍວ່າ, ໃຈ​ຂອງ​ພວກເຂົາ​ປຶກຕັນ ຫູ​ກໍ​ໜັກ ຕາ​ກໍ​ຫລັບ​ເສຍ. ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ສັງເກດ ເຫັນ​ດ້ວຍ​ຕາ ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລະ​ຈະ​ຄືນ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.’


ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ແລ້ວ​ພຣະອົງ​ກໍໄດ້​ຊົງ​ບັນດານ​ເປີດ​ຈິດໃຈ​ຂອງ​ພວກເພິ່ນ ໃຫ້​ເຂົ້າໃຈ​ພຣະຄຳພີ,


ມີ​ຍິງ​ຄົນ​ໜຶ່ງ​ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ຊື່​ວ່າ ລີເດຍ ນາງ​ມາ​ຈາກ​ເມືອງ​ທົວເຕຣາ ແລະ​ເປັນ​ແມ່ຄ້າ​ຂາຍ​ຜ້າ​ສີມ່ວງ​ອ່ອນ ແລະ​ທັງ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ​ດ້ວຍ, ເມື່ອ​ນາງ​ຟັງ​ພວກເຮົາ​ກ່າວ​ຢູ່ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເປີດ​ຈິດໃຈ​ຂອງ​ນາງ​ໃຫ້​ເອົາໃຈໃສ່​ຖ້ອຍຄຳ ທີ່​ໂປໂລ​ກຳລັງ​ກ່າວ​ນັ້ນ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເພາະ​ພຣະເຈົ້າ​ບໍ່​ປ່ຽນໃຈ​ກ່ຽວກັບ​ການ​ຊົງ​ເລືອກ ແລະ​ການ​ໃຫ້​ຂອງ​ປະທານ.


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ.


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ພາວັນນາ​ອະທິຖານ ສຳລັບ​ພວກເຈົ້າ​ຢູ່​ສະເໝີ ພວກເຮົາ​ຂໍ​ພຣະເຈົ້າ​ຂອງ​ພວກເຮົາ ໂຜດ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ມີ​ຄຸນຄ່າ ສົມກັບ​ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ດຳເນີນ​ຊີວິດ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ໂຜດ​ໃຫ້​ຄວາມ​ປາຖະໜາ​ໃນ​ການ​ເຮັດ​ດີ​ທຸກຢ່າງ ແລະ​ໃນ​ການ​ດຳເນີນ​ພາລະກິດ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ຈົ່ງ​ບັນລຸ​ຜົນ​ສຳເລັດ​ເທີ້ນ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.


ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.


ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ຄາວ​ກ່ອນ​ນັ້ນ ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ແລ້ວ ພວກເຈົ້າ​ໄດ້​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ​ຫລາຍ​ປະການ.


ເພາະວ່າ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka