ເອເຟໂຊ 1:17 - ພຣະຄຳພີສັກສິ17 ເຮົາພາວັນນາອະທິຖານ ຂໍພຣະເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາເຈົ້າຜູ້ຊົງພຣະສະຫງ່າຣາສີ ຊົງໂຜດປະທານໃຫ້ເຈົ້າທັງຫລາຍມີວິນຍານແຫ່ງສະຕິປັນຍາ ແລະຄວາມຮູ້ແຈ້ງເຫັນຈິງເຖິງເລື່ອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່17 ເຮົາໝັ່ນຂໍໃຫ້ພຣະເຈົ້າຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຄືພຣະບິດາເຈົ້າຜູ້ເຕັມດ້ວຍສະຫງ່າລາສີ ໄດ້ໃຫ້ພວກເຈົ້າທັງຫລາຍມີພຣະວິນຍານແຫ່ງສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າພວກເຈົ້າຈະຮູ້ຈັກພຣະອົງຫລາຍຂຶ້ນ. Uka jalj uñjjattʼäta |
ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”