Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:16 - ພຣະຄຳພີສັກສິ

16 ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ​ບໍ່ຂາດ​ສຳລັບ​ພວກເຈົ້າ ແລະ​ລະນຶກເຖິງ​ພວກເຈົ້າ​ເມື່ອ​ເຮົາ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງ​ບໍ່​ຢຸດຢັ້ງ ແລະ ໄດ້​ລະນຶກ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña




ເອເຟໂຊ 1:16
11 Jak'a apnaqawi uñst'ayäwi  

ແຕ່​ຢ່າ​ລືມ​ຂ້ານ້ອຍ​ເດີ ເມື່ອ​ທຸກສິ່ງ​ຮຽບຮ້ອຍ​ໄປ​ດ້ວຍ​ດີ​ແລ້ວ. ຂໍ​ທ່ານ​ກະລຸນາ​ບອກ​ເລື່ອງ​ຂອງ​ຂ້ານ້ອຍ​ໃຫ້​ກະສັດ​ຮັບຮູ້​ນຳ​ແດ່ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ຄຸກ​ນີ້​ດ້ວຍ.


ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.


ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ.


ຈົ່ງ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ,


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


ແລະ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ຢ່າ​ຢຸດ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ພຣະອົງ​ຈະ​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka