ເອເຟໂຊ 1:1 - ພຣະຄຳພີສັກສິ1 ໂປໂລ ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມນໍ້າພຣະໄທຂອງພຣະເຈົ້າ. ເຖິງພວກໄພ່ພົນຂອງພຣະເຈົ້າ ຜູ້ທີ່ເຫຼື້ອມໃສສັດທາໃນພຣະຄຣິດເຈົ້າເຢຊູ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຄົນໜຶ່ງຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ, ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງເອເຟໂຊ, ຜູ້ສັດຊື່ໃນພຣະຄຣິດເຈົ້າເຢຊູ: Uka jalj uñjjattʼäta |
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.