6 ຄວາມຮັກ, ຄວາມຊັງ ແລະຕັນຫາຂອງພວກເຂົາ ລ້ວນແຕ່ໄດ້ຕາຍໄປກັບພວກເຂົາດ້ວຍ. ພວກເຂົາຈະບໍ່ມີສ່ວນກັບເຫດການໃດໆ ທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນອີກເລີຍ.
ຕໍ່ມາ ໄດ້ມີກະສັດຟາໂຣຄົນໃໝ່ຂຶ້ນປົກຄອງປະເທດເອຢິບ. ກະສັດຟາໂຣຜູ້ນີ້ບໍ່ຮູ້ເລື່ອງຫຍັງກ່ຽວກັບໂຢເຊັບເລີຍ.
ຄວາມຫວັງຂອງຄົນຊອບທຳນຳໄປສູ່ຄວາມຊົມຊື່ນຍິນດີ, ແຕ່ຄວາມຫວັງຂອງຄົນຊົ່ວອັບປີນຳໄປສູ່ຄວາມອັບປະໂຫຍດ.
ຂ້າພະເຈົ້າປາຖະໜາສິ່ງໃດ ຂ້າພະເຈົ້າກໍໄດ້ສິ່ງນັ້ນ. ຂ້າພະເຈົ້າບໍ່ໄດ້ຫັກຫ້າມຈິດໃຈຂອງຂ້າພະເຈົ້າຈາກຄວາມສະໜຸກໃດໆທັງສິ້ນ. ຂ້າພະເຈົ້າພູມໃຈຕໍ່ວຽກການງານຕ່າງໆທີ່ຂ້າພະເຈົ້າໄດ້ເຮັດ ແລະທັງໝົດນັ້ນແມ່ນບຳເໜັດຂອງຂ້າພະເຈົ້າ.
ສະນັ້ນ ຂ້າພະເຈົ້າຈຶ່ງສຳນຶກໄດ້ວ່າ ສິ່ງດີທີ່ສຸດທີ່ມະນຸດເຮັດໄດ້ ແມ່ນສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ເຂົາເຮັດສິ່ງໃດບໍ່ໄດ້ອີກແລ້ວ. ບໍ່ມີທາງທີ່ມະນຸດຈະຮູ້ໄດ້ວ່າ ມີສິ່ງໃດແດ່ຈະເກີດຂຶ້ນຫລັງຈາກຕົນຕາຍໄປແລ້ວ.
ຊີວິດມະນຸດຜ່ານພົ້ນໄປດັ່ງເງົາ. ໃຜຮູ້ໄດ້ແດ່ວ່າມີຫຍັງດີສຳລັບມະນຸດຢູ່ໃນໂລກອະນິຈັງອັນສັ້ນໆນີ້? ໃຜຮູ້ໄດ້ແດ່ວ່າຈະມີຫຍັງເກີດຂຶ້ນຢູ່ໃຕ້ດວງຕາເວັນ ຫລັງຈາກທີ່ລາວຕາຍໄປແລ້ວ?
ເຫດສະນັ້ນ ຂ້າພະເຈົ້າຈຶ່ງຄິດຕຶກຕອງເຖິງເລື່ອງນີ້ຢ່າງໜັກຢູ່ຕັ້ງດົນນານ ແລະເຫັນໄດ້ວ່າພຣະເຈົ້າຄວບຄຸມການກະທຳຕ່າງໆຂອງຄົນມີປັນຍາ ແລະຂອງຄົນຊອບທຳທັງຫລາຍ ແມ່ນແຕ່ຄວາມຮັກແລະຄວາມກຽດຊັງຂອງເຂົາເຈົ້າ. ບໍ່ມີຜູ້ໃດຮູ້ຈັກວ່າມີຫຍັງລໍຖ້າຢູ່ເບື້ອງໜ້າຂອງຕົນ.
ຂ້ານ້ອຍຄິດວ່າຈະບໍ່ໄດ້ເຫັນພຣະເຈົ້າໃນໂລກຄົນເປັນ ຫລືຈະບໍ່ໄດ້ເຫັນຄົນທີ່ຍັງມີຊີວິດຢູ່.
ເທວະດາຕົນນີ້ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານແລະແມ່ຂອງເພິ່ນກັບຄືນໄປດິນແດນອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານນັ້ນຕາຍແລ້ວ.”