5 ແມ່ນແລ້ວ ຜູ້ທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເໜັດໃນພາຍໜ້າ ພວກເຂົາຖືກລືມໄລໄປຢ່າງໝົດສິ້ນ.
ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້.
ພວກລູກຊາຍລາວໄດ້ກຽດ ແຕ່ລາວພັດບໍ່ຮູ້ນຳ ທັງບໍ່ມີຜູ້ໃດບອກລາວ ເມື່ອເຂົາຖືກຂາຍຂີ້ໜ້າ.
ຂ້ານ້ອຍຮູ້ວ່າພຣະອົງກຳລັງສົ່ງຂ້ານ້ອຍໄປສູ່ຄວາມຕາຍ ໄປສູ່ເຄາະກຳທີ່ຮັກສາໄວ້ສຳລັບທຸກໆຄົນນັ້ນ.
ຂໍໃຫ້ພຣະເຈົ້າຢາເວຈົດຈຳການບາບຂອງພວກເຂົາຢູ່ສະເໝີ ແຕ່ຂໍໃຫ້ພວກເຂົາເອງຖືກລືມໄລໄປຢ່າງໝົດສິ້ນ.
ໃນແດນມໍຣະນານັ້ນຈະບໍ່ມີຜູ້ໃດຄິດເຖິງພຣະອົງ ບໍ່ມີຜູ້ໃດສັນລະເສີນພຣະອົງຢູ່ໃນທີ່ນັ້ນໄດ້.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາໃຫ້ຊ່ວຍເຫຼືອ ຂ້ານ້ອຍພາວັນນາອະທິຖານຫາພຣະອົງຢູ່ທຸກໆເຊົ້າ.
ບໍ່ມີຜູ້ໃດຈື່ໄດ້ວ່າ ມີຫຍັງແດ່ໄດ້ເກີດຂຶ້ນໃນອະດີດ ແລະບໍ່ມີຜູ້ໃດໃນອະນາຄົດຈະຈື່ຈຳໄດ້ວ່າ ມີຫຍັງແດ່ເກີດຂຶ້ນລະຫວ່າງຊ່ວງນີ້ແລະຊ່ວງຕໍ່ໄປ.
ບໍ່ມີຜູ້ໃດຈື່ຈຳຄົນມີປັນຍາ ແລະບໍ່ມີຜູ້ໃດຈື່ຈຳຄົນໂງ່ຈ້າ. ໃນມື້ທີ່ຈະມາເຖິງນັ້ນ ຄົນຈະລືມໄລພວກເຂົາໄປໝົດ. ພວກເຮົາທຸກຄົນຕ້ອງຕາຍ ຄືທັງຄົນມີປັນຍາແລະຄົນໂງ່ຈ້າດ້ວຍ.
ໄປເຮືອນທີ່ມີການໄວ້ທຸກກໍດີກວ່າໄປເຮືອນທີ່ມີການກິນລ້ຽງ ເພາະຜູ້ທີ່ຍັງມີຊີວິດຢູ່ຈະໄດ້ສຳນຶກສະເໝີວ່າ ຄວາມຕາຍພວມລໍຖ້າທຸກຄົນຢູ່.
ແມ່ນແລ້ວ ຂ້າພະເຈົ້າໄດ້ເຫັນພວກຄົນຊົ່ວຖືກຝັງໄວ້ໃນຂຸມຝັງສົບ, ແຕ່ເວລາກັບຈາກປ່າຊ້າ ຄົນຕ່າງກໍຍົກຍ້ອງພວກເຂົາໃນທຸກເມືອງ ທີ່ພວກເຂົາໄດ້ເຮັດການຊົ່ວນັ້ນ ຊ່າງອະນິຈັງແທ້.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ແຕ່ຜູ້ໃດຜູ້ໜຶ່ງທີ່ມີຊີວິດຢູ່ໃນໂລກຄົນເປັນນີ້ ກໍມີຄວາມຫວັງບາງຢ່າງ; ໝາທີ່ຍັງມີຊີວິດຢູ່ກໍດີກວ່າໂຕສິງທີ່ຕາຍໄປແລ້ວ.
ບັດນີ້ ພວກເຂົາຕາຍໄປແລ້ວແລະບໍ່ມີຊີວິດຢູ່ ແລະວິນຍານຂອງພວກເຂົາກໍຈະບໍ່ຟື້ນຄືນມາເລີຍ ເພາະພຣະອົງໄດ້ລົງໂທດແລະທຳລາຍພວກເຂົາ ແລະບໍ່ມີຜູ້ໃດຈະລະລຶກເຖິງພວກເຂົາອີກຕໍ່ໄປ.
ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ອັບຣາຮາມແລະຢາໂຄບ ບັນພະບຸລຸດຂອງພວກຂ້ານ້ອຍບໍ່ຍອມຮັບຮູ້ພວກຂ້ານ້ອຍ; ແຕ່ພຣະອົງຄືພຣະເຈົ້າຢາເວເປັນພຣະບິດາຂອງພວກຂ້ານ້ອຍ ນາມຊື່ຂອງພຣະອົງແມ່ນພຣະຜູ້ໄຖ່ຂອງພວກຂ້ານ້ອຍຕະຫລອດມາ.
ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ.
ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ