Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 9:3 - ພຣະຄຳພີສັກສິ

3 ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 9:3
30 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ແລະ​ມະນຸດ​ກໍ​ດື່ມ​ສິ່ງ​ຊົ່ວຮ້າຍ​ດັ່ງ​ດື່ມ​ນໍ້າ​ກິນ ແມ່ນແລ້ວ ມະນຸດ​ມີ​ມົນທິນ​ແລະ​ຊຸດໂຊມ​ທຸກ​ວັນ.


ທຸກຄົນ​ກໍ​ລ້ວນແຕ່​ຕາຍ​ແລະ​ຖືກ​ຝັງ; ມີ​ໂຕ​ໜອນ​ຫຸ້ມ​ຕົນຕົວ​ຄືກັນ​ທັງນັ້ນ.


ເປັນ​ຜູ້ຜິດ​ຫລື​ຜູ້ຖືກ ມັນ​ກໍ​ບໍ່​ສຳຄັນ​ຫຍັງ ເຖິງຢ່າງໃດ​ພຣະເຈົ້າ​ກໍ​ຈະ​ທຳລາຍ​ຖິ້ມ.


ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.


ແຕ່​ພຣະເຈົ້າ​ຍິງ​ລູກໜ້າ​ຂອງ​ພຣະອົງ​ໃສ່​ພວກເຂົາ ແລະ​ໃນທັນໃດ​ພວກເຂົາ​ກໍ​ບາດເຈັບ.


ຄວາມຊົ່ວ​ຈ່ອງ​ຄົນ​ຊົ່ວຮ້າຍ​ລົງ, ແຕ່​ຄວາມດີ​ກໍ​ປ້ອງກັນ​ຄົນດີ​ໄວ້.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.


ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.


ເປັນຫຍັງ​ຄົນ​ຈຶ່ງ​ພ້ອມ​ທີ່​ຈະ​ເຮັດ​ຊົ່ວ​ກັນ​ແທ້? ກໍ​ເພາະ​ຄົນ​ທີ່​ເຮັດ​ຊົ່ວ​ນັ້ນ​ບໍ່ໄດ້​ຖືກ​ລົງໂທດ​ໃຫ້​ໄວ​ທັນການ.


ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.


ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.


ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ຄົນ​ເປັນ​ນີ້ ກໍ​ມີ​ຄວາມຫວັງ​ບາງ​ຢ່າງ; ໝາ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍດີກວ່າ​ໂຕສິງ​ທີ່​ຕາຍໄປ​ແລ້ວ.


ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ໃນ​ທີ່ສຸດ ລາວ​ກໍ​ສຳນຶກ​ຕົວ​ໄດ້ ແລະ​ເວົ້າ​ກັບ​ຕົນເອງ​ວ່າ, ‘ລູກຈ້າງ​ທຸກຄົນ​ຂອງ​ພໍ່​ເຮົາ ກໍ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ສ່ວນ​ເຮົາ​ກຳລັງ​ຕາຍ​ຫິວ​ຢູ່​ທີ່​ນີ້


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”


ຂະນະທີ່​ໂປໂລ​ກຳລັງ​ກ່າວ​ແກ້​ຄະດີ​ຢ່າງ​ນັ້ນ ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂປໂລ​ເອີຍ ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນຮູ້​ຫລາຍ​ຂອງ​ເຈົ້າ ພາ​ໃຫ້​ເຈົ້າ​ເປັນ​ບ້າ.”


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ແຕ່​ບາລາອາມ​ນັ້ນ​ໄດ້​ຖືກ​ຕີ ເພາະ​ການ​ລະເມີດ​ຂອງຕົນ ລໍ​ໂຕ​ປາກ​ບໍ່​ເປັນ​ກໍ​ຍັງ​ໄດ້​ປາກ​ພາສາ​ມະນຸດ ແລະ​ໄດ້​ຫ້າມ​ຄວາມ​ບ້າ​ຂອງ​ບາລາອາມ ຜູ້ທຳນວາຍ​ນັ້ນ​ໃຫ້​ເຊົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka