16 ຂ້າພະເຈົ້າເຄີຍເວົ້າຢູ່ສະເໝີວ່າປັນຍາດີກວ່າກຳລັງ, ແຕ່ເມື່ອຄົນມີປັນຍາຜູ້ໜຶ່ງຍາກຈົນ ຄົນກໍຈະດູຖູກລາວ ແລະບໍ່ເຊື່ອຟັງຄຳແນະນຳຂອງລາວ.
ຄວາມຮັ່ງມີຄຸ້ມຄອງຄົນຮັ່ງມີໄວ້ ສ່ວນຄວາມທຸກລຳບາກທຳລາຍຄົນຍາກຈົນ.
ນາຍພົນທີ່ສະຫລາດສາມາດຢຶດເມືອງທີ່ມີທະຫານໆ ພ້ອມທັງທະລຸກຳແພງເມືອງອັນເຂັ້ມແຂງທີ່ປ້ອງກັນເຂົາໄວ້ນັ້ນ.
ເປັນຄົນມີປັນຍາກໍດີກວ່າເປັນຄົນມີກຳລັງ, ແມ່ນແລ້ວ ຄວາມຮູ້ສຳຄັນກວ່າກຳລັງ.
ເຮົາມີຄຳແນະນຳທີ່ດີ ແລະສະຕິປັນຍາທີ່ຖືກຕ້ອງ ເຮົາມີຄວາມເຂົ້າໃຈແລະມີກຳລັງດ້ວຍ.
ຖ້າຂວານຂອງເຈົ້າປູ້ ແລະບໍ່ຝົນໃຫ້ຄົມ ເຈົ້າຈະຕ້ອງໃຊ້ແຮງຫລາຍເມື່ອເຈົ້າຟັນໄມ້. ສະນັ້ນ ປັນຍາຈຶ່ງເປັນບໍ່ເກີດແຫ່ງຄວາມສຳເລັດ.
ເງິນເປັນເຄື່ອງປ້ອງກັນສັນໃດ ສະຕິປັນຍາກໍເປັນເຄື່ອງປ້ອງກັນສັນນັ້ນ. ປັນຍາຮັກສາເຈົ້າໃຫ້ປອດໄພ ອັນນີ້ ແມ່ນຜົນດີແຫ່ງຄວາມຮູ້.
ປັນຍາເຮັດໃຫ້ຄົນສະຫລາດຜູ້ໜຶ່ງມີອຳນາດລື່ນກວ່າຜູ້ປົກຄອງສິບຄົນທີ່ຢູ່ໃນເມືອງໜຶ່ງ.
ປັນຍາດີກວ່າອາວຸດ, ແຕ່ຄົນບາບຜູ້ໜຶ່ງທຳລາຍຄວາມດີໄດ້ຢ່າງຫລວງຫລາຍ.