Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 9:11 - ພຣະຄຳພີສັກສິ

11 ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.

Uka jalj uñjjattʼäta Copia luraña




ປັນຍາຈານ 9:11
35 Jak'a apnaqawi uñst'ayäwi  

ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ຢາຮາຊີເອນ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຕະຫລອດ​ທັງ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ເຢຣູຊາເລັມ​ດ້ວຍ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ທັງຫລາຍ​ດັ່ງນີ້​ວ່າ, ‘ບໍ່​ຕ້ອງ​ຢ້ານ ແລະ​ຢ່າ​ສູ່​ຕົກໃຈ​ຕໍ່​ກອງທັບ​ໃຫຍ່​ນັ້ນ. ການ​ສູ້ຮົບ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ ແຕ່​ບໍ່ແມ່ນ​ຂຶ້ນ​ຢູ່​ກັບ​ພວກທ່ານ.’


ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ພວກ​ທະຫານ​ທີ່​ອົງອາດ​ເກັ່ງກ້າ​ຂອງ​ພວກເຂົາ ຕ່າງ​ກໍ​ຖືກ​ປຸ້ນ​ຈົນ​ສິ່ງຂອງ​ໝົດກ້ຽງ ແລະ​ບັດນີ້​ນອນຫລັບ​ຢູ່​ເພາະ​ສິ້ນລົມ​ຫາຍໃຈ ກຳລັງ​ວັງຊາ​ທີ່​ມີ​ກໍ​ໃຊ້​ການ​ບໍ່ໄດ້.


ຄຳ​ສຸພາສິດ​ເຫຼົ່ານີ້​ຍັງ​ເພີ່ມພູນ​ຄວາມຮູ້​ໃຫ້​ແກ່​ນັກປາດ ແລະ​ຊີ້​ແນວທາງ​ໃຫ້​ແກ່​ຜູ້​ທີ່​ມີ​ການ​ສຶກສາ


ໃນທີ່ສຸດ ກະສັດ​ຄົນ​ໜຶ່ງ​ກໍ​ເຮັດ​ໄດ້​ພຽງແຕ່​ສິ່ງ​ທີ່​ບັນດາ​ກະສັດ​ຄົນ​ກ່ອນໆ​ໄດ້​ເຮັດ​ມາ​ເທົ່ານັ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຕັ້ງຕົ້ນ​ຄິດເຖິງ​ຄວາມໝາຍ​ຂອງ​ຄຳ​ວ່າ​ມີ​ປັນຍາ ລວມ​ທັງ​ຄຳ​ວ່າ​ເສຍ​ສະຕິ ແລະ​ຄຳ​ວ່າ​ໂງ່ຈ້າ​ນັ້ນ.


ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.


ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນເອງ​ວ່າ, “ພຣະເຈົ້າ​ຈະ​ຕັດສິນ​ຄົນ​ຊອບທຳ ແລະ​ຄົນຊົ່ວຊ້າ​ເໝືອນກັນ ເພາະ​ທຸກສິ່ງ​ແລະ​ທຸກ​ການກະທຳ​ຈະ​ເກີດຂຶ້ນ ຕາມ​ກຳນົດ​ເວລາ​ຂອງ​ມັນເອງ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ພິຈາລະນາ​ເບິ່ງ​ອີກ ເຖິງ​ຄວາມ​ບໍ່​ຍຸດຕິທຳ​ທັງໝົດ​ທີ່​ເປັນ​ຢູ່ໃຕ້​ດວງຕາເວັນ. ຄົນ​ຖືກ​ຂົ່ມເຫັງ​ກຳລັງ​ເປັນທຸກ​ຮ້ອງໄຫ້ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ເລີຍ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ໄດ້ ເພາະ​ອຳນາດ​ນັ້ນ​ຢູ່​ນຳ​ຝ່າຍ​ທີ່​ຂົ່ມເຫັງ​ລາວ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຈົ່ງ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໃຫ້​ຄົດ​ແລ້ວ ຜູ້ໃດ​ເຮັດ​ໃຫ້​ຊື່​ໄດ້​ແດ່?


ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ຄົນ​ແລ່ນ​ໄວ​ສຸດຂີດ​ກໍ​ໜີໄປ​ບໍ່ໄດ້​ເລີຍ ທະຫານ​ທັງໝົດ​ປົບໜີ​ເອົາ​ຕົວລອດ​ບໍ່ໄດ້. ຢູ່​ທາງ​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ.


ຊາຍ​ໂມອາບ ເປັນຫຍັງ​ຈຶ່ງ​ວ່າ​ເປັນ​ຊ່ຽວຊານ​ການ​ລົບ ເປັນ​ຜູ້​ອົງອາດ​ກ້າຫານ​ທີ່​ຜ່ານ​ເສິກ​ມາ​ແລ້ວ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ເຫດສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ຄິດ​ວ່າ​ພວກເຈົ້າ​ຮັ່ງມີ​ເປັນດີ ດ້ວຍ​ກຳລັງ​ແລະ​ເຫື່ອແຮງ​ຂອງ​ພວກເຈົ້າ​ເອງ.


ຈົ່ງ​ຈົດຈຳ​ວ່າ ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ໃຫ້​ອຳນາດ​ແກ່​ພວກເຈົ້າ​ກາຍເປັນ​ຜູ້​ຮັ່ງມີ. ພຣະອົງ​ເຮັດ​ເຊັ່ນນີ້ ເພາະ​ພຣະອົງ​ຍັງ​ສັດຊື່​ຕໍ່​ພັນທະສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ດັ່ງນັ້ນ ດາວິດ​ຈຶ່ງ​ເອົາ​ຊະນະ​ແລະ​ຂ້າ​ໂກລີອາດ ດ້ວຍ​ກະຖຸນ​ກັບ​ຫີນ​ພຽງ​ກ້ອນດຽວ​ໂດຍ​ບໍ່ໄດ້​ໃຊ້​ດາບ.


ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka