8 ບໍ່ມີຜູ້ໃດຊ່ວຍຕົນບໍ່ໃຫ້ຕາຍໄດ້ ຫລືແກ່ຍາວວັນຕາຍຂອງຕົນອອກໄປໄດ້. ເປັນການຮົບທີ່ພວກເຮົາໜີພົ້ນບໍ່ໄດ້ ແລະພວກເຮົາກໍສໍ້ໂກງບໍ່ໄດ້ດ້ວຍ.
ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້.
ເຂົາທັງຫລາຍຈຶ່ງໄດ້ຕິດຕາມໄປຈົນເຖິງແມ່ນໍ້າຈໍແດນ. ເມື່ອເດີນທາງໄປນັ້ນ ພວກເຂົາພົບເຫັນເຄື່ອງນຸ່ງ ແລະເຄື່ອງໃຊ້ທີ່ຊາວຊີເຣຍໄດ້ປະຖິ້ມໄວ້ຕາມທາງ ຕອນພວກເຂົາໄດ້ປົບໜີໄປ. ຄົນເຫຼົ່ານີ້ຈຶ່ງກັບມາລາຍງານຕໍ່ກະສັດ.
ຊົ່ວຊີວິດຂອງພວກຂ້ານ້ອຍນັ້ນ ຖືກກຳນົດໄວ້ແຕ່ຫົວທີ ຄືຈຳນວນເດືອນປີ ທີ່ພວກຂ້ານ້ອຍຈະມີຊີວິດຢູ່.
ຖ້າພຣະເຈົ້າສົນໃຈໃນແຕ່ພຣະອົງເອງ ແລະເອົາລົມຫາຍໃຈຄືນໄປຢ່າງໝົດສິ້ນ
ແມ່ນຜູ້ໃດຈະມີຊີວິດຢູ່ຄໍ້າຟ້າໄດ້? ມະນຸດຈະຮັກສາຕົນໃຫ້ພົ້ນຈາກ ຂຸມຝັງສົບໄດ້ຢ່າງໃດແດ່?
ຄວາມຕາຍຄືຈຸດຈົບຂອງຄົນຊົ່ວຮ້າຍທຸກຄົນ ເປັນຂອງຄົນທີ່ບໍ່ຍອມຮັບເອົາພຣະເຈົ້າ.
ມະນຸດບໍ່ຫ່ອນຕັ້ງຢູ່ໄດ້ດ້ວຍການຊົ່ວທີ່ຕົນກະທຳ, ແຕ່ຮາກຖານຂອງຄົນຊອບທຳຈະຢືນຢູ່ຢ່າງໝັ້ນຄົງ.
ຄວາມຊົ່ວຈ່ອງຄົນຊົ່ວຮ້າຍລົງ, ແຕ່ຄວາມດີກໍປ້ອງກັນຄົນດີໄວ້.
ຜູ້ໃດຢັ້ງຢືນໄດ້ວ່າ ວິນຍານຂອງມະນຸດນັ້ນຂຶ້ນໄປສູ່ເທິງຟ້າ ແລະວິນຍານຂອງສັດລົງໄປສູ່ພື້ນດິນ?
ແຕ່ສຳລັບຄົນຊົ່ວທຸກສິ່ງຈະບໍ່ເປັນໄປໂດຍດີ. ຊີວິດພວກເຂົາເປັນດັ່ງເງົາ ແລະພວກເຂົາຈະຕ້ອງຕາຍແຕ່ຍັງໜຸ່ມ ເພາະພວກເຂົາບໍ່ໄດ້ຢຳເກງພຣະເຈົ້າ.”
ເຈົ້າຮູ້ບໍ່ໄດ້ຈັກເທື່ອວ່າ ຜຽນຂອງເຈົ້າຈະມາຮອດເມື່ອໃດ. ດັ່ງນົກທີ່ຖືກແຮ້ວຢ່າງກະທັນຫັນ ດັ່ງປາທີ່ຖືກມອງ ເຮົາຖືກບ້ວງແຮ້ວແຫ່ງຄວາມຊົ່ວຮ້າຍໃນຊົ່ວບຶດດຽວ ໃນເວລາທີ່ບໍ່ຄາດຝັນ.
ພວກເຈົ້າເວົ້າອວດວ່າ ພວກເຈົ້າໄດ້ເຮັດຂໍ້ສັນຍາກັບຄວາມຕາຍ ແລະບັນລຸຂໍ້ຕົກລົງໄປສູ່ແດນມໍຣະນາ. ພວກເຈົ້າແນ່ໃຈວ່າເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າຍ້ອນພວກເຈົ້າເພິ່ງຄຳເວົ້າຕົວະ ແລະເພິ່ງການຫລອກລວງເພື່ອຮັກສາພວກເຈົ້າໃຫ້ປອດໄພ.
ຂໍ້ສັນຍາທີ່ພວກເຈົ້າໄດ້ເຮັດກັບຄວາມຕາຍຈະຖືກທຳລາຍ ແລະຂໍ້ຕົກລົງທີ່ພວກເຈົ້າໄດ້ເຮັດກັບແດນມໍຣະນາກໍຈະຖືກຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢໍ່າພວກເຈົ້າລົງ.
ເຈົ້າເຊື່ອໝັ້ນໃນຄວາມຊົ່ວຊ້າຂອງເຈົ້ານໍ ເຈົ້າຄິດວ່າບໍ່ມີຜູ້ໜຶ່ງຜູ້ໃດເບິ່ງເຫັນເຈົ້າໄດ້. ປັນຍາຂອງເຈົ້າ ແລະຄວາມຮູ້ຂອງເຈົ້າເອງ ໄດ້ພາໃຫ້ເຈົ້າເດີນໄປໃນທາງຜິດສາແລ້ວ; ເຈົ້າຈຶ່ງຄິດວ່າ ‘ຂ້ອຍຄືພຣະເຈົ້າອົງໜຶ່ງໃດ ແລະບໍ່ມີຜູ້ໜຶ່ງຜູ້ໃດທີ່ຄ້າຍຄືກັບຂ້ອຍ.’
ເມື່ອຫວ່ານລົງນັ້ນບໍ່ມີຍົດ ເມື່ອຄືນຂຶ້ນມາກໍມີສະຫງ່າຣາສີ ເມື່ອຫວ່ານລົງກໍອ່ອນກຳລັງ ເມື່ອຄືນຂຶ້ນມາກໍມີຣິດອຳນາດ.
ເພາະເຖິງແມ່ນວ່າ ພຣະອົງຊົງຖືກຄຶງໄວ້ເນື່ອງຈາກຄວາມອ່ອນແອກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ເພາະຣິດອຳນາດຂອງພຣະເຈົ້າ ເພາະວ່າເຮົາກໍອ່ອນແອດ້ວຍກັນກັບພຣະອົງ, ແຕ່ເພື່ອພວກເຈົ້າ ເຮົາກໍມີຊີວິດເປັນຢູ່ດ້ວຍກັນກັບພຣະອົງ ເພາະຣິດອຳນາດຂອງພຣະເຈົ້າ.
ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ