7 ບໍ່ມີຜູ້ໃດໃນພວກເຮົາຮູ້ຈັກສິ່ງທີ່ກຳລັງເກີດຂຶ້ນ ແລະບໍ່ມີຜູ້ໃດບອກພວກເຮົາໄດ້.
ຮາມານເວົ້າຕໍ່ໄປອີກວ່າ, “ຍິ່ງໄປກວ່ານີ້ອີກ ຣາຊີນີເອສະເທີຍັງໄດ້ຈັດງານກິນລ້ຽງສຳລັບກະສັດ ແລະຂ້ອຍເອງແຕ່ເທົ່ານັ້ນ ແລະຣາຊີນີຍັງໄດ້ເຊີນກະສັດ ແລະຂ້ອຍໄປອີກໃນມື້ອື່ນ.
ຄົນຢ່າງນັ້ນກໍຈະຖືກທຳລາຍໄດ້ໃນຊົ່ວບຶດດຽວ ແລະຜູ້ໃດຮູ້ບໍ່ວ່າແມ່ນໄພພິບັດຢ່າງໃດທີ່ພຣະອົງທັງສອງນຳມາ?
ຢ່າອວດເຖິງເລື່ອງຂອງມື້ອື່ນ ເພາະເຈົ້າບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແຕ່ລະວັນ.
ຄົນທີ່ສືບຕໍ່ດື້ດ້ານຕໍ່ຄຳບອກສອນ ກໍຈະຫຼົ້ມຈົມຈົນເຫລືອແກ້ໃນມື້ໜຶ່ງ.
ຄົນໂງ່ຈ້ານັ້ນເວົ້າບໍ່ຮູ້ຈັກສຸດ. ບໍ່ມີຜູ້ໃດຮູ້ສິ່ງທີ່ຈະເກີດຂຶ້ນໃນຂັ້ນຕໍ່ໄປ ແລະບໍ່ມີຜູ້ໃດບອກພວກເຮົາໄດ້ວ່າ ຈະມີຫຍັງເກີດຂຶ້ນຕາມມາ ຫລັງຈາກທີ່ພວກເຮົາຕາຍໄປແລ້ວ.
ສະນັ້ນ ຂ້າພະເຈົ້າຈຶ່ງສຳນຶກໄດ້ວ່າ ສິ່ງດີທີ່ສຸດທີ່ມະນຸດເຮັດໄດ້ ແມ່ນສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ເຂົາເຮັດສິ່ງໃດບໍ່ໄດ້ອີກແລ້ວ. ບໍ່ມີທາງທີ່ມະນຸດຈະຮູ້ໄດ້ວ່າ ມີສິ່ງໃດແດ່ຈະເກີດຂຶ້ນຫລັງຈາກຕົນຕາຍໄປແລ້ວ.
ຊີວິດມະນຸດຜ່ານພົ້ນໄປດັ່ງເງົາ. ໃຜຮູ້ໄດ້ແດ່ວ່າມີຫຍັງດີສຳລັບມະນຸດຢູ່ໃນໂລກອະນິຈັງອັນສັ້ນໆນີ້? ໃຜຮູ້ໄດ້ແດ່ວ່າຈະມີຫຍັງເກີດຂຶ້ນຢູ່ໃຕ້ດວງຕາເວັນ ຫລັງຈາກທີ່ລາວຕາຍໄປແລ້ວ?
ເມື່ອທຸກສິ່ງເປັນໄປໂດຍດີ ຈົ່ງຍິນດີເຖີດ, ແຕ່ເມື່ອຄວາມເດືອດຮ້ອນມາເຖິງ ຈົ່ງລະນຶກວ່າ ພຣະເຈົ້າໃຫ້ທັງຄວາມເດືອດຮ້ອນແລະຄວາມຍິນດີ ດັ່ງນັ້ນ ເຈົ້າຈະຮູ້ບໍ່ໄດ້ຈັກເທື່ອວ່າ ອະນາຄົດຈະມີເຫດການຫຍັງເກີດຂຶ້ນ.
ເຫດສະນັ້ນ ຂ້າພະເຈົ້າຈຶ່ງຄິດຕຶກຕອງເຖິງເລື່ອງນີ້ຢ່າງໜັກຢູ່ຕັ້ງດົນນານ ແລະເຫັນໄດ້ວ່າພຣະເຈົ້າຄວບຄຸມການກະທຳຕ່າງໆຂອງຄົນມີປັນຍາ ແລະຂອງຄົນຊອບທຳທັງຫລາຍ ແມ່ນແຕ່ຄວາມຮັກແລະຄວາມກຽດຊັງຂອງເຂົາເຈົ້າ. ບໍ່ມີຜູ້ໃດຮູ້ຈັກວ່າມີຫຍັງລໍຖ້າຢູ່ເບື້ອງໜ້າຂອງຕົນ.
ເຈົ້າຮູ້ບໍ່ໄດ້ຈັກເທື່ອວ່າ ຜຽນຂອງເຈົ້າຈະມາຮອດເມື່ອໃດ. ດັ່ງນົກທີ່ຖືກແຮ້ວຢ່າງກະທັນຫັນ ດັ່ງປາທີ່ຖືກມອງ ເຮົາຖືກບ້ວງແຮ້ວແຫ່ງຄວາມຊົ່ວຮ້າຍໃນຊົ່ວບຶດດຽວ ໃນເວລາທີ່ບໍ່ຄາດຝັນ.
ເຫດສະນັ້ນ ພວກເຈົ້າກໍເໝືອນກັນຈົ່ງຕຽມພ້ອມຢູ່ສະເໝີ ເພາະວ່າບຸດມະນຸດຈະມາໃນໂມງທີ່ພວກເຈົ້າບໍ່ຄາດຄິດ.”
ແລ້ວວັນໜຶ່ງ ນາຍຂອງຄົນຮັບໃຊ້ຜູ້ນັ້ນກໍຈະກັບມາ ໂດຍທີ່ລາວບໍ່ຄາດຄິດ ແລະໃນເວລາທີ່ລາວບໍ່ຮູ້