5 ເມື່ອໃດທີ່ເຈົ້າເຊື່ອຟັງຄຳສັ່ງຂອງເພິ່ນ ເຈົ້າກໍປອດໄພ; ແລະຄົນມີປັນຍາກໍຮູ້ວ່າຕົນຈະເຮັດຢ່າງໃດແລະຍາມໃດ.
ຈາກເຜົ່າອິດຊາຄາ: ຫົວໜ້າ ສອງຮ້ອຍຄົນພ້ອມທັງທະຫານທີ່ຢູ່ໃຕ້ການບັນຊາຂອງພວກເຂົາ (ບັນດາຜູ້ນຳເຫຼົ່ານີ້ຮູ້ວ່າ ຊາວອິດສະຣາເອນຄວນຈະເຮັດຫຍັງ ແລະເຮັດເວລາໃດດີທີ່ສຸດ);
ຖ້າຂ້ານ້ອຍເອົາໃຈໃສ່ຕໍ່ຂໍ້ຄຳສັ່ງທຸກຢ່າງຂອງພຣະອົງ ຂ້ານ້ອຍກໍຈະບໍ່ໄດ້ຖືກອັບອາຍຂາຍໜ້າ.
ແຕ່ນາງໝໍຕຳແຍທັງສອງເປັນຄົນຢຳເກງພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດຟາໂຣ ແລະປ່ອຍເດັກນ້ອຍຜູ້ຊາຍໃຫ້ມີຊີວິດຢູ່.
ຄົນຊອບທຳນັ້ນ ບໍ່ພົບເຫດຮ້າຍ, ແຕ່ຄົນຊົ່ວຮ້າຍທັງຫລາຍ ພົບແຕ່ຄວາມເດືອດຮ້ອນ.
ຄົນທີ່ມີປັນຍາແນເປົ້າໝາຍໃສ່ການກະທຳທີ່ມີປັນຍາ ແຕ່ຄົນໂງ່ຈ້າເຮັດໄປຢ່າງບໍ່ມີຈຸດໝາຍ.
ຄົນມີປັນຍາເຮັດສິ່ງທີ່ຖືກຕ້ອງ ແລະຄົນໂງ່ຈ້າເຮັດສິ່ງທີ່ຜິດ ເລື່ອງນີ້ເປັນຂອງທຳມະດາ.
ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້.
ຄົນມີປັນຍາຮູ້ຈັກບ່ອນທີ່ຕົນກຳລັງໄປໄດ້ ແລະຄົນໂງ່ຈ້າບໍ່ອາດຮູ້ໄດ້ເລີຍ.” ແຕ່ຂ້າພະເຈົ້າຮູ້ຄືກັນວ່າ ຊາຕາກຳຢ່າງດຽວກັນນັ້ນກຳລັງລໍຄອຍທຸກຄົນຢູ່.
ຈົ່ງເຮັດຕາມສິ່ງທີ່ກະສັດສັ່ງ ແລະຢ່າຟ້າວຕັດສິນໃຈເຮັດຄຳສັນຍາໃດໆກັບພຣະເຈົ້າ.
ເອຟຣາອິມກຳລັງຖືກກົດຂີ່ ນາງຈຶ່ງເສຍດິນແດນທີ່ເປັນສິດຂອງຕົນ ເພາະນາງດື້ດັນໄປຂໍຄວາມຊ່ວຍເຫລືອນຳຜູ້ອື່ນ ທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້.
ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ.”
ແຕ່ເປໂຕກັບໂຢຮັນຕອບພວກເຂົາວ່າ, “ພວກທ່ານຈົ່ງພິຈາລະນາເອົາເອງວ່າ ທີ່ຈະຟັງຄວາມຂອງພວກທ່ານ ຫລືຈະຟັງຄວາມຂອງພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະເຈົ້າ.
ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າມະນຸດ.
ເພາະເຫດນີ້ ຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນເຖິງເລື່ອງພວກເຈົ້າ ພວກເຮົາຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຈົ້າສະເໝີ ພວກເຮົາທູນຂໍພຣະເຈົ້າໂຜດໃຫ້ພວກເຈົ້າມີຄວາມຮອບຮູ້ເຖິງນໍ້າພຣະໄທຂອງພຣະອົງ ໃນພຣະປັນຍາກັບຄວາມເຂົ້າໃຈທຸກຢ່າງ ຊຶ່ງມາຈາກພຣະວິນຍານ.
ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຮົມ ໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ.