Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 8:3 - ພຣະຄຳພີສັກສິ

3 ກະສັດ​ເຮັດ​ທຸກສິ່ງ​ທີ່​ເພິ່ນ​ມັກ​ໄດ້. ສະນັ້ນ ຈົ່ງ​ອອກ​ໜີໄປ​ໃຫ້​ພົ້ນ​ໜ້າ​ເພິ່ນ; ຢ່າ​ຢູ່​ໃນ​ບ່ອນ​ອັນຕະລາຍ​ເຊັ່ນນັ້ນ​ເລີຍ.

Uka jalj uñjjattʼäta Copia luraña




ປັນຍາຈານ 8:3
13 Jak'a apnaqawi uñst'ayäwi  

ຢາໂຄບ​ຕອບ​ວ່າ, “ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ. ເປັນ​ເວລາສັ້ນ​ແລະ​ລຳບາກ ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ.”


ຜູ້​ທີ່​ມິດງຽບ​ສໍ່​ໃຫ້​ເຫັນ​ເຖິງ​ປັນຍາ, ແຕ່​ຜູ້​ທີ່​ໂອຫັງ​ກໍ​ທັ່ງ​ຄວາມ​ໂງ່ຈ້າ​ອອກ​ມາ​ໃຫ້​ຮູ້.


ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,


ແບ້, ໄກ່ໂອກ ທີ່​ເປັນ​ເຈົ້າ​ທ່າເຈົ້າທາງ ແລະ​ບັນດາ​ກະສັດ ທີ່​ນຳໜ້າ​ປະຊາຊົນ​ຂອງຕົນ.


ຖ້າ​ຜູ້​ເປັນ​ນາຍ​ຂອງເຈົ້າ​ໃຈຮ້າຍ​ໃຫ້​ເຈົ້າ ຢ່າ​ສູ່​ຟ້າວ​ຍື່ນ​ໃບ​ລາອອກ ຖ້າ​ເຈົ້າ​ມິດງຽບ​ເສີຍຢູ່ ຄວາມ​ຜິດພາດ​ອັນ​ໃຫຍ່ຫລວງ​ອາດ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ກໍໄດ້.


ເຮົາ​ຮູ້​ວ່າ​ພວກເຈົ້າ​ຕ້ອງ​ກາຍເປັນ​ຄົນ​ດື້ດຶງ ແຂງ​ຄື​ເຫຼັກ ບໍ່​ຍອມ​ອ່ອນຂໍ້​ດັ່ງ​ທອງສຳຣິດ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ເພິ່ນ​ເປັນ​ຜູ້​ຍິ່ງໃຫຍ່​ຈົນ​ປະຊາຊົນ​ໃນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ຢ້ານກົວ​ຕົວ​ສັ່ນ​ຕໍ່ໜ້າ​ເພິ່ນ. ຖ້າ​ເພິ່ນ​ປະສົງ​ຈະ​ຂ້າ​ຄົນ​ໜຶ່ງ ຫລື​ຈະ​ໃຫ້​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່ ເພິ່ນ​ກໍ​ເຮັດ​ໄປ​ໂລດ. ເພິ່ນ​ໃຫ້ກຽດ ແລະ​ຖອນ​ກຽດ​ຄົນໃດ​ກໍໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka