12 ຄົນບາບຜູ້ໜຶ່ງອາດໄດ້ເຮັດຊົ່ວໄວ້ຕັ້ງຮ້ອຍຢ່າງ ແລະຍັງມີຊີວິດຢູ່. ເອີແມ່ນແລ້ວ ຂ້າພະເຈົ້າຮູ້ສິ່ງທີ່ພວກເຂົາເວົ້າວ່າ, “ຖ້າທ່ານຢຳເກງພຣະເຈົ້າ ທຸກສິ່ງກໍຈະເປັນໄປໂດຍດີ;
ບໍ່ເຄີຍມີຜູ້ໃດທີ່ອຸທິດຕົວເອງຢ່າງໝົດສິ້ນ ເຮັດໃນສິ່ງທີ່ຜິດຕໍ່ສາຍຕາຂອງພຣະເຈົ້າຢາເວ ດັ່ງກະສັດອາຮາບ. ທຸກສິ່ງທີ່ເພິ່ນໄດ້ເຮັດນັ້ນກໍເພາະນາງເຢເຊເບນເມຍຂອງເພິ່ນ ເປັນຜູ້ຍຸແຍ່ໃຫ້ເຮັດ.
ທົ່ວໂລກ ຈົ່ງສະທ້ານຢູ່ຊ້ອງໜ້າພຣະອົງ ແຜ່ນດິນໂລກຄົງຢູ່ກັບທີ່ເຄື່ອນຍ້າຍບໍ່ໄດ້.
ເຈົ້າຄິດວ່າພຣະເຈົ້າບໍ່ລົງໂທດທັນ ຫລືພຣະອົງບໍ່ສົນໃຈຕໍ່ບາບອັນເລັກນ້ອຍ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຄວາມສຸກເປັນຂອງຜູ້ທີ່ຢຳເກງພຣະເຈົ້າຢາເວ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງດ້ວຍໃຈຊົມຊື່ນຍິນດີ.
ພຣະອົງຈະອວຍພອນທຸກຄົນທີ່ຢຳເກງພຣະເຈົ້າຢາເວ ທັງຜູ້ໃຫຍ່ແລະຜູ້ນ້ອຍ.
ເຈົ້າຈະທຳມາຫາກິນດ້ວຍເຫື່ອແຮງຂອງເຈົ້າ ເຈົ້າຈະມີຄວາມສຸກແລະມີຄວາມຈະເລີນຂຶ້ນ.
ແຕ່ຜູ້ຖ່ອມຕົວຈະໄດ້ຮັບດິນແດນເປັນມໍຣະດົກ ທັງຊື່ນໃຈຍິນດີຢູ່ກັບຄວາມຮັ່ງມີແລະມີສັນຕິສຸກດ້ວຍ.
ຈົ່ງກົ້ມຂາບຢູ່ຊ້ອງໜ້າພຣະເຈົ້າຢາເວ ເມື່ອອົງບໍຣິສຸດມາປາກົດ ທົ່ວແຜ່ນດິນໂລກເອີຍ ສັ່ນເຊັນຕໍ່ໜ້າພຣະອົງເຖີດ.
ສະນັ້ນ ຊາວອິດສະຣາເອນຈຶ່ງມີຈຳນວນຄົນທະວີຄູນຂຶ້ນເລື້ອຍໆ ທັງມີກຳລັງເຂັ້ມແຂງຫລາຍ.
ຄວາມລຳບາກຕິດຕາມຄົນບາບໄປທຸກແຫ່ງທຸກຫົນ, ແຕ່ຄວາມຈະເລິນຮຸ່ງເຮືອງເປັນບຳເໜັດຂອງຄົນຊອບທຳ.
ຜູ້ທີ່ຢຳເກງຢູ່ສະເໝີຈະມີຄວາມສຸກ ຄົນດື້ດ້ານໃຈແຂງກໍຈະພິນາດ.
ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້.
ຂ້າພະເຈົ້າຮູ້ວ່າ ທຸກສິ່ງທີ່ພຣະເຈົ້າກະທຳນັ້ນດຳລົງຢູ່ຕະຫລອດໄປ. ທ່ານຕື່ມສິ່ງໃດສິ່ງໜຶ່ງໃສ່ບໍ່ໄດ້ ຫລືເອົາສິ່ງໃດສິ່ງໜຶ່ງອອກໄປຈາກນັ້ນບໍ່ໄດ້. ມີສິ່ງໜຶ່ງທີ່ພຣະເຈົ້າໄດ້ກະທຳ ແມ່ນເຮັດໃຫ້ມະນຸດຢຳເກງພຣະອົງ.
ຊ່າງບໍ່ຖືກຕ້ອງເລີຍ ພວກເຮົາໄດ້ເກີດມາຢ່າງໃດ ພວກເຮົາກໍຈາກໄປຢ່າງນັ້ນ. ພວກເຮົາເຮັດວຽກໜັກ ໂດຍພະຍາຍາມຈັບລົມແລະພວກເຮົາໄດ້ຫຍັງແດ່?
ບໍ່ວ່າເຈົ້າໄຝ່ຝັນຫລາຍສໍ່າໃດ ເຈົ້າເຮັດວຽກບໍ່ມີປະໂຫຍດຫລາຍສໍ່າໃດ ຫລືເຈົ້າເວົ້າຫລາຍສໍ່າໃດ ເຈົ້າຕ້ອງເຮັດທຸກຢ່າງດ້ວຍການຢຳເກງພຣະເຈົ້າ.
ຊີວິດຂ້າພະເຈົ້າກໍອະນິຈັງດ້ວຍ, ແຕ່ຂ້າພະເຈົ້າໄດ້ເຫັນທຸກສິ່ງໃນຊີວິດຄື ຄົນຊອບທຳຜູ້ໜຶ່ງຕາຍໄປໃນຄວາມຊອບທຳຂອງຕົນ ແລະຄົນຊົ່ວຮ້າຍມີຊີວິດຍືນຍາວໃນການກະທຳຊົ່ວຂອງເຂົາ.
ຈົ່ງຫລີກລ້ຽງທັງສອງຢ່າງນີ້ ຖ້າເຈົ້າຢຳເກງພຣະເຈົ້າ ເຈົ້າກໍຈະພົ້ນຈາກສອງສິ່ງທີ່ກ່າວມາ.
ແຕ່ມາເຖິງວັນນີ້ ພວກເຈົ້າກໍບໍ່ຍອມຖ່ອມຕົວລົງເລີຍ. ພວກເຈົ້າບໍ່ໄດ້ໃຫ້ກຽດເຮົາ ຫລືດຳເນີນຊີວິດຕາມກົດບັນຍັດຕ່າງໆ ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ.
ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາເຈົ້າຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ.
ພຣະກະລຸນາຂອງພຣະອົງ ກໍມີແກ່ບັນດາຜູ້ທີ່ຢຳເກງພຣະອົງ ທັງຊົ່ວອາຍຸນີ້ ແລະຊົ່ວອາຍຸໜ້າສືບໆໄປ.
ແຕ່ດ້ວຍໃຈຂອງເຈົ້າແຂງກະດ້າງ ແລະບໍ່ຍອມທີ່ຈະກັບຕົວ ເຈົ້າຈຶ່ງກຳລັງສະສົມຄວາມໂກດຮ້າຍໄວ້ໃຫ້ຕົນເອງ ໃນວັນຂອງຄວາມຮ້າຍກາດນັ້ນ, ຄືວັນທີ່ພຣະເຈົ້າຈະຊົງພິພາກສາລົງໂທດ ຢ່າງຍຸດຕິທຳໃຫ້ປາກົດແຈ້ງນັ້ນ.
ດັ່ງນັ້ນ ພຣະອົງຢາກສຳແດງຄວາມໂກດຮ້າຍຂອງພຣະອົງ ແລະເຮັດໃຫ້ຣິດເດດອຳນາດຂອງພຣະອົງເປັນທີ່ປາກົດ, ພຣະອົງຈຶ່ງຊົງອົດກັ້ນໄວ້ດົນນານຕໍ່ພວກເຫຼົ່ານັ້ນ ທີ່ເປັນພາຊະນະອັນສົມຄວນແກ່ຄວາມໂກດຮ້າຍ ຄືຜູ້ທີ່ຈັດຕຽມໄວ້ສຳລັບຄວາມຈິບຫາຍ.
ຖ້າພວກເຈົ້າເຊື່ອຟັງຄຳສັ່ງນີ້ ພຣະເຈົ້າຢາເວກໍຈະພໍໃຈ ແລະພວກເຈົ້າຈະຢູ່ເຢັນເປັນສຸກຕະຫລອດທັງເຊື້ອສາຍຂອງພວກເຈົ້າ.
ຈົ່ງລະວັງໃຫ້ດີ ແລະຈົ່ງເຊື່ອຟັງຢ່າງສັດຊື່ໃນທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ; ແລ້ວພວກເຈົ້າພ້ອມທັງລູກຫລານກໍຈະຢູ່ເຢັນເປັນສຸກຕະຫລອດໄປ ເພາະພວກເຈົ້າກະທຳສິ່ງທີ່ຖືກຕ້ອງແລະສິ່ງທີ່ພໍໃຈ ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ຈົ່ງປະຕິບັດຕາມກົດບັນຍັດແລະຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ແລະພວກເຈົ້າພ້ອມລູກຫລານກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະສືບຕໍ່ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້ານີ້ຕະຫລອດໄປ.”
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ.