11 ເປັນຫຍັງຄົນຈຶ່ງພ້ອມທີ່ຈະເຮັດຊົ່ວກັນແທ້? ກໍເພາະຄົນທີ່ເຮັດຊົ່ວນັ້ນບໍ່ໄດ້ຖືກລົງໂທດໃຫ້ໄວທັນການ.
ເພິ່ນຂຽນວ່າດັ່ງນີ້: “ໃຫ້ທ່ານສົ່ງອູຣິຢາໄປແນວໜ້າ ບ່ອນທີ່ມີການສູ້ຮົບກັນຢ່າງດຸເດືອດທີ່ສຸດ, ແລ້ວໃຫ້ຍົກທັບຖອຍ ແລະປ່ອຍໃຫ້ອູຣິຢາຖືກຂ້າຕາຍ.”
ພຣະອົງອາດປ່ອຍພວກເຂົາໃຫ້ມີຊີວິດຢູ່ຢ່າງປອດໄພ ແຕ່ພຣະອົງເຝົ້າແນມເບິ່ງພວກເຂົາທຸກເວລາບໍ່ຂາດ.
ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.”
ພວກເຂົາຄິດໃນໃຈຂອງພວກເຂົາເອງວ່າ, “ພວກເຮົາຈະບໍ່ພາດທ່າເສຍທີ ພວກເຮົາຈະບໍ່ພົບຄວາມເດືອດຮ້ອນຈັກເທື່ອ.”
ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຊົງພຣະເມດຕາ ແລະຊົງພຣະຄຸນ ບໍ່ຮ້າຍງ່າຍ ແລະມີຄວາມຮັກອັນໝັ້ນຄົງ ແລະສັດຊື່ຢູ່ສະເໝີ.
ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່.
ເມື່ອກະສັດຟາໂຣເຫັນວ່າຝູງກົບໄດ້ຕາຍໄປໝົດແລ້ວ ເພິ່ນຈຶ່ງມີໃຈແຂງກະດ້າງດື້ດຶງເໝືອນເດີມ ແລະບໍ່ຍອມຟັງໂມເຊ ແລະອາໂຣນອີກຕໍ່ໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ເຖິງປານນັ້ນກໍຕາມ ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຢູ່ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ.
ຊາຕາກຳອັນດຽວມາສູ່ທຸກຄົນສະເໝີໜ້າກັນ ແລະອັນນີ້ແມ່ນຜິດຈາກເຫດການໃດໆ ທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນ. ຕາບໃດທີ່ມະນຸດມີຊີວິດຢູ່ ຕາບນັ້ນຄວາມຄິດຂອງເຂົາກໍເຕັມໄປດ້ວຍຄວາມຊົ່ວແລະຄວາມບ້າບໍ ແລະພວກເຂົາກໍຕາຍໄປໃນທັນໃດນັ້ນ.
ເຖິງວ່າພຣະອົງເມດຕາຕໍ່ຄົນຊົ່ວຮ້າຍກໍຕາມ ພວກເຂົາກໍບໍ່ເຄີຍຮຽນຮູ້ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ. ເຖິງວ່າບ່ອນນີ້ຈະເປັນດິນແດນ ບ່ອນທີ່ຄົນຊອບທຳອາໄສຢູ່ກໍຕາມ; ພວກເຂົາກໍຍັງເຮັດໃນສິ່ງທີ່ຜິດພາດສະເໝີມາ ພວກເຂົາບໍ່ຍອມຮັບຮູ້ຄວາມຍິ່ງໃຫຍ່ຂອງພຣະເຈົ້າຢາເວ.
ອົງພຣະຜູ້ເປັນເຈົ້າຖາມວ່າ, “ບັນດາພະເຫຼົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະແລະລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານຊັ້ນບໍ?
ພຣະເຈົ້າຢາເວກ່າວວ່າ, “ໂມອາບເຄີຍຢູ່ຢ່າງປອດໄພ ແລະບໍ່ເຄີຍຖືກຈັບໄປເປັນຊະເລີຍຈັກເທື່ອ. ໂມອາບເປັນດັ່ງເຫຼົ້າອະງຸ່ນທີ່ຖືກປະໄວ້ບໍ່ມີຜູ້ໃດລົບກວນ ແລະບໍ່ເຄີຍຖືກຖອກຈາກໄຫໜຶ່ງໃສ່ອີກໄຫໜຶ່ງຈັກເທື່ອ. ຣົດຊາດບໍ່ເຄີຍເສື່ອມເສຍ ແລະຊີມຣົດເທື່ອໃດກໍດີເທື່ອນັ້ນ.