10 ແມ່ນແລ້ວ ຂ້າພະເຈົ້າໄດ້ເຫັນພວກຄົນຊົ່ວຖືກຝັງໄວ້ໃນຂຸມຝັງສົບ, ແຕ່ເວລາກັບຈາກປ່າຊ້າ ຄົນຕ່າງກໍຍົກຍ້ອງພວກເຂົາໃນທຸກເມືອງ ທີ່ພວກເຂົາໄດ້ເຮັດການຊົ່ວນັ້ນ ຊ່າງອະນິຈັງແທ້.
ພຣະອົງພັດພວກເຂົາຖິ້ມດັ່ງຂີ້ແກບຖືກລົມພັດບໍ? ດັ່ງພະຍຸບ້າພັດຂີ້ຝຸ່ນຟົ້ງກະເດັນໜີໄປຫລືບໍ່?
ທຸກຄົນໄດ້ລືມຂ້ານ້ອຍຄ້າຍກັບວ່າຕາຍໄປ ຂ້ານ້ອຍເປັນດັ່ງສິ່ງຂອງທີ່ໄດ້ຖືກໂຍນຖິ້ມ.
ຄົນຊອບທຳຈະມີຄົນຈົດຈຳໄວ້ເປັນຄວາມພອນ, ແຕ່ຄົນຊົ່ວຈະຖືກລືມໄລໄປຢ່າງໄວວາ.
ບໍ່ມີຜູ້ໃດຈື່ໄດ້ວ່າ ມີຫຍັງແດ່ໄດ້ເກີດຂຶ້ນໃນອະດີດ ແລະບໍ່ມີຜູ້ໃດໃນອະນາຄົດຈະຈື່ຈຳໄດ້ວ່າ ມີຫຍັງແດ່ເກີດຂຶ້ນລະຫວ່າງຊ່ວງນີ້ແລະຊ່ວງຕໍ່ໄປ.
ບໍ່ມີຜູ້ໃດຈື່ຈຳຄົນມີປັນຍາ ແລະບໍ່ມີຜູ້ໃດຈື່ຈຳຄົນໂງ່ຈ້າ. ໃນມື້ທີ່ຈະມາເຖິງນັ້ນ ຄົນຈະລືມໄລພວກເຂົາໄປໝົດ. ພວກເຮົາທຸກຄົນຕ້ອງຕາຍ ຄືທັງຄົນມີປັນຍາແລະຄົນໂງ່ຈ້າດ້ວຍ.
ມີຊາຍຍາກຈົນຄົນໜຶ່ງທີ່ອາໄສຢູ່ໃນເມືອງນີ້. ລາວເປັນຄົນມີປັນຍາຈົນຊ່ວຍເມືອງນີ້ໄວ້ໄດ້, ແຕ່ບໍ່ມີຜູ້ໃດຄິດເຖິງລາວເລີຍ.
ແມ່ນແລ້ວ ຜູ້ທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເໜັດໃນພາຍໜ້າ ພວກເຂົາຖືກລືມໄລໄປຢ່າງໝົດສິ້ນ.
ພຣະເຈົ້າຢາເວຄືຄວາມຫວັງຂອງອິດສະຣາເອນ ທຸກຄົນທີ່ປະຖິ້ມພຣະອົງຈະໄດ້ຖືກອັບອາຍຂາຍໜ້າ. ພວກເຂົາຈະດັບສູນໄປ ດັ່ງຊື່ທີ່ຖືກບັນທຶກໃນຂີ້ຝຸ່ນດິນ ເພາະໄດ້ປະຖິ້ມພຣະເຈົ້າຢາເວອົງເປັນນໍ້າພຸແຫ່ງຊີວິດ.
ຢູ່ມາ ຄົນຍາກຈົນຜູ້ນັ້ນກໍຕາຍ ແລະຝູງເທວະດາໄດ້ຮັບເອົາລາວໄປໄວ້ ຢູ່ໃນອ້ອມເອິກຂອງອັບຣາຮາມ ຝ່າຍເສດຖີນັ້ນກໍຕາຍເໝືອນກັນ ແລ້ວເຂົາກໍຝັງໄວ້.
ແລ້ວພວກເຂົາກໍນຳພະຍານບໍ່ຈິງມາກ່າວວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ພຣະວິຫານອັນສັກສິດ ແລະກົດບັນຍັດຢ່າງບໍ່ຢຸດຢັ້ງ.
ແຕ່ຄົນຊອບທຳຂອງເຮົາ ຈະມີຊີວິດຢູ່ດ້ວຍຄວາມເຊື່ອ ຖ້າຄົນໃດຫາກຫລົບຖອຍຫລັງ ເຮົາຈະບໍ່ພໍໃຈໃນຄົນນັ້ນ.”