Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 8:1 - ພຣະຄຳພີສັກສິ

1 ຄົນມີ​ປັນຍາ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້​ໄດ້​ວ່າ ສິ່ງ​ນັ້ນ​ໝາຍເຖິງ​ຫຍັງ​ແທ້. ປັນຍາ​ເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ ແລະ​ໃຫ້​ສີໜ້າ​ບູດບຶ້ງ​ຂອງ​ລາວ​ຫາຍໄປ.

Uka jalj uñjjattʼäta Copia luraña




ປັນຍາຈານ 8:1
27 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ພວກຂ້ອຍ​ຝັນ ແລະ​ບໍ່ມີ​ຜູ້ໃດ​ໃນ​ທີ່​ນີ້​ສາມາດ​ແກ້​ຄວາມຝັນ​ໄດ້.” ໂຢເຊັບ​ເວົ້າ​ຂຶ້ນ​ວ່າ, “ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຈະ​ແກ້​ໄດ້ ພວກທ່ານ​ລອງ​ເລົ່າ​ຄວາມຝັນ​ສູ່​ຂ້ານ້ອຍ​ຟັງ​ເບິ່ງດູ.”


ບາງທີ ໃນ​ບ່ອນ​ນັ້ນ​ຈະ​ມີ​ເທວະດາ​ຕົນ​ໜຶ່ງ ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໄວ້​ກໍ​ເປັນ. ຄື​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ ໃນ​ບັນດາ​ເທວະດາ​ຫລາຍ​ພັນ​ຕົນ ຜູ້​ທີ່​ເຮັດ​ໃຫ້​ຄົນ​ລະນຶກ​ຄິດເຖິງ​ໜ້າທີ່​ຂອງ​ເຂົາເຈົ້າ.


ແລະ​ພວກເຂົາ​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ສ່ອງແສງ​ເຫລື້ອມ. ແລ້ວ​ໂມເຊ​ກໍ​ເອົາ​ຜ້າປົກ​ໜ້າ​ຕົນເອງ​ໄວ້​ເຊັ່ນ​ເຄີຍ ຈົນກວ່າ​ເພິ່ນ​ຈະ​ໄດ້​ເຂົ້າ​ໄປ​ພົບ​ພຣະເຈົ້າຢາເວ​ອີກ.


ເພື່ອ​ວ່າ​ພວກເຂົາ​ຈະ​ເຂົ້າໃຈ​ໄດ້​ເຖິງ​ຄວາມໝາຍ​ອັນ​ລັບເລິກ​ຂອງ​ຄຳ​ສຸພາສິດ ແລະ​ບັນຫາ​ຕ່າງໆ​ຂອງ​ບັນດາ​ນັກປາດ​ທີ່​ຍົກ​ຂຶ້ນ​ມາ.


ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ, ແຕ່​ຄົນໂງ່ຈ້າ​ຈະ​ໄດ້​ຮັບ​ຄຳ​ຫຍໍ້ຫຍັນ.


ຄົນ​ທີ່​ມີ​ປັນຍາ​ແນ​ເປົ້າໝາຍ​ໃສ່​ການກະທຳ​ທີ່​ມີ​ປັນຍາ ແຕ່​ຄົນໂງ່ຈ້າ​ເຮັດ​ໄປ​ຢ່າງ​ບໍ່ມີ​ຈຸດໝາຍ.


ຄົນ​ຊອບທຳ​ນັ້ນ​ໝັ້ນໃຈ​ໃນ​ຕົນເອງ ສ່ວນ​ຄົນຊົ່ວຊ້າ​ທຳທ່າ​ເປັນ​ຄົນດີ​ທຸກ​ວິທີ.


ເປັນ​ຄົນມີ​ປັນຍາ​ກໍ​ດີກວ່າ​ເປັນ​ຄົນ​ມີ​ກຳລັງ, ແມ່ນແລ້ວ ຄວາມຮູ້​ສຳຄັນ​ກວ່າ​ກຳລັງ.


ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.


ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.


ຂ້າແດ່​ພຣະອົງເຈົ້າ ບັດນີ້​ຂໍໂຜດ​ຫລຽວ​ເບິ່ງ​ການ​ຂົ່ມຂູ່​ຂອງ​ພວກເຂົາ ແລະ​ຂໍໂຜດ​ໃຫ້​ພວກ​ຂ້ານ້ອຍ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ກ່າວ​ພຣະທຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ​ຂຶ້ນ​ແດ່ທ້ອນ.


ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.


ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້າພະເຈົ້າ​ດ້ວຍ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າພະເຈົ້າ​ເກີດ​ມີ​ໃຈ​ກ້າຫານ ອອກ​ປາກ​ສະແດງ​ຂໍ້​ລັບເລິກ​ເລື່ອງ​ຂ່າວປະເສີດ,


ພວກເຂົາ​ຈະ​ຮ້າຍກາດ​ທີ່ສຸດ ແລະ​ຈະ​ບໍ່​ສະແດງ​ຄວາມ​ປານີ​ແກ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ບໍ່​ວ່າ​ຜູ້ໜຸ່ມ​ຫລື​ຜູ້ເຖົ້າ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


ກ່ອນ​ອື່ນ​ເຈົ້າ​ທັງຫລາຍ​ຕ້ອງ​ເຂົ້າໃຈ​ຂໍ້​ນີ້ ຄື​ຜູ້ໃດ​ຜູ້ໜຶ່ງ​ຈະ​ຕີ​ຄວາມໝາຍ​ຂອງ​ຄຳທຳນວາຍ ໃນ​ພຣະຄຳພີ​ເອົາ​ເອງ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka