Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:8 - ພຣະຄຳພີສັກສິ

8 ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ບັ້ນຕົ້ນ. ໃຈ​ອົດທົນ​ກໍດີກວ່າ​ໃຈ​ຈອງຫອງ.

Uka jalj uñjjattʼäta Copia luraña




ປັນຍາຈານ 7:8
20 Jak'a apnaqawi uñst'ayäwi  

ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.


ຜູ້​ທີ່​ມິດງຽບ​ສໍ່​ໃຫ້​ເຫັນ​ເຖິງ​ປັນຍາ, ແຕ່​ຜູ້​ທີ່​ໂອຫັງ​ກໍ​ທັ່ງ​ຄວາມ​ໂງ່ຈ້າ​ອອກ​ມາ​ໃຫ້​ຮູ້.


ຄົນ​ໃຈຮ້ອນ​ເຮັດ​ໃຫ້​ເກີດ​ຜິດຖຽງກັນ, ແຕ່​ຄວາມ​ອົດທົນ​ພາກພຽນ​ນຳ​ເອົາ​ສັນຕິສຸກ​ມາ​ໃຫ້.


ມີ​ຄວາມ​ອົດທົນ​ກໍ​ດີກວ່າ​ມີ​ອຳນາດ ຄວບຄຸມ​ຕົນເອງ​ໄດ້​ກໍ​ດີກວ່າ​ຄວບຄຸມ​ເມືອງ​ທັງໝົດ.


ຄົນ​ເຫັນແກ່ຕົວ ສ້າງ​ແຕ່​ຄວາມ​ເດືອດຮ້ອນ ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.


ຊື່ສຽງ​ດີ​ກໍດີກວ່າ​ນໍ້າຫອມ​ທີ່​ດີເລີດ ແລະ​ມື້​ຕາຍ​ກໍດີກວ່າ​ມື້​ເກີດ.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.


ພວກເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ພວກເຈົ້າ​ກໍ​ຈົ່ງ​ອົດທົນ​ຢ່າງ​ນັ້ນ​ເໝືອນກັນ, ຈົ່ງ​ຕັ້ງໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວລາ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ​ແລ້ວ.


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka