ປັນຍາຈານ 7:7 - ພຣະຄຳພີສັກສິ7 ເມື່ອຄົນມີປັນຍາສໍ້ໂກງຜູ້ໃດຜູ້ໜຶ່ງ ລາວກໍເຮັດດັ່ງຄົນໂງ່ຈ້າໄດ້ເຮັດ. ຖ້າເຈົ້າຮັບສິນຈ້າງລາງວັນ ເຈົ້າກໍທຳລາຍອຸປະນິໄສຂອງເຈົ້າເສຍແລ້ວ. Uka jalj uñjjattʼäta |
ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດປະການໜຶ່ງ ຈົ່ງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າພຣະເຈົ້າຢາເວ ແລະກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວແລະລໍຂອງຜູ້ໃດບໍ? ຂ້າພະເຈົ້າໄດ້ສໍ້ໂກງແລະກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.”