Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:6 - ພຣະຄຳພີສັກສິ

6 ເມື່ອ​ຄົນໂງ່ຈ້າ​ຫົວເລາະ ກໍ​ສໍ່າ​ກັບ​ສຽງ​ໜາມ​ແຕກ​ຢູ່​ໃນ​ແປວໄຟ. ມັນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ.

Uka jalj uñjjattʼäta Copia luraña




ປັນຍາຈານ 7:6
10 Jak'a apnaqawi uñst'ayäwi  

ພວກເຂົາ​ບຸກໂຈມຕີ​ຂ້ານ້ອຍ​ດັ່ງ​ຝູງ​ເຜິ້ງ​ຫຸ້ມ​ໂຈມຕີ ແຕ່​ພວກເຂົາ​ຖືກ​ດັບ​ຊີວີ​ຢ່າງ​ວ່ອງໄວ​ໝົດສິ້ນ ຄື​ຖືກ​ດັບສູນ​ໄປ​ກ້ຽງ​ດັ່ງ​ຫຍ້າແຫ້ງ​ທີ່​ຖືກ​ໄຟ ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.


ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ເມື່ອ​ຄົນ​ມີ​ປັນຍາ​ຟ້ອງ​ຄົນ​ໂງ່ຈ້າ ຄົນ​ໂງ່ຈ້າ​ກໍ​ມີ​ແຕ່​ເວົ້າຈາ​ດົ່ງດັງ​ຫຍໍ້ຫຍັນ.


ຂ້າພະເຈົ້າ​ໄດ້​ພົບ​ວ່າ​ການ​ຫົວເລາະ​ກໍ​ເປັນ​ການ​ໂງ່ຈ້າ ແລະ​ຄວາມ​ສະໜຸກ​ວ່າ​ນຳ​ປະໂຫຍດ​ອັນໃດ​ມາ​ສູ່​ເຮົາ.


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ​ ຢູ່​ດຽວ​ນີ້ ເພາະ​ພວກເຈົ້າ​ຈະ​ທຸກໂສກ​ ແລະ​ຮ້ອງ​ໄຫ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka